ຄຳແນະນຳ
ນະໂຍບາຍນີ້ ອະທິບາຍເຖິງວິທີທີ່ພວກເຮົາ, Delivery Hero (Lao) Sole Co., Ltd. (ຕໍ່ໄປນີ້ເອີ້ນວ່າ"foodpanda"), ໃຊ້ຂໍມູນສ່ວນຕົວຂອງທ່ານທີ່ໃຫ້ພວກເຮົາເມື່ອທ່ານໃຊ້ບໍລິການນຳfoodpanda ລວມທັງແຕ່ບໍ່ຈຳກັດສະເພາະເວັບໄຊທ໌ ແລະ ແອັບເທຶງມືຖືຂອງພວກເຮົາ (ຮ່ວມກັນ ຕໍ່ໄປນີ້ເອີ້ນວ່າ"ເວັບໄຊທ໌"). ກະລຸນາອ່ານນະໂຍບາຍຄວາມເປັນສ່ວນຕົວນີ້ ແລະ ທຳຄວາມເຂົ້າໃຈ ກ່ອນຈະໃຊ້ການບໍລິການຂອງພວກເຮົາ. ໂດຍການເຂົ້າເບິ່ງ/ຫຼື ບໍລິການສັ່ງຊື້ໃນເວັບໄຊທ໌ນີ້, ທ່ານເຫັນດີ ແລະ ຍິນຍອມໃຫ້ ເກັບກຳ, ໃຊ້ ແລະ ໂອນຍ້າຍຂໍ້ມູນຂອງທ່ານຕາມທີ່ໄດ້ກຳນົດໄວ້ໃນນະໂຍບາຍນີ້.
ພວກເຮົາເກັບກຳຂໍ້ມູນຫຍັງແດ່ກ່ຽວກັບທ່ານ?
ພວກເຮົາເກັບກຳຂໍ້ມູນສ່ວນຕົວຈາກທ່ານເມື່ອທ່ານສັ່ງຊື້ສິນຄ້າຫຼືບໍລິການຈາກເຮົາ ຫຼື ໃຊ້ງານເວັບໄຊທ໌ຂອງພວກເຮົາ. ນອກຈາກນີ້ ພວກເຮົາຍັງເກັບຂໍ້ມູນ ເມື່ອທ່ານຕອບແບບສອບຖາມລູກຄ້າໃດໆສຳເລັດແລ້ວ ແລະ ເມື່ອທ່ານໄດ້ເຂົ້າເບິ່ງເວັບໄຊທ໌ ຂໍ້ມູນການໃຊ້ງານຈະຖືກບັນທຶກໄວ້ໃນກຸກກີ້(ດັ່ງລາຍລະອຽດທີ່ໃຫ້ໄວ້ດ້ານລຸ່ມນີ້). foodpanda ຈະເກັບກຳຂໍ້ມູນຂອງທ່ານທີ່ໃຊ້ເພື່ອຢືນຢັນຕົວຕົນຜູ້ໃຊ້ ແລະ/ຫຼື ສະຖານທີ່ຕັ້ງ (ເຊິ່ງລວມມີ ຊື່, ອີເມລ໌, ທີ່ຢູ່ປະຈຸບັນ, ເບີໂທລະສັບ, ສະຖານທີ່ຕັ້ງເວລາຈິງ, ແລະ ອື່ນໆ), ເມື່ອທ່ານອະນຸຍາດເທົ່ານັ້ນ. ພວກເຮົາເກັບກຳຂໍ້ມູນສະເພາະເຫຼົ່ານີ້ເພື່ອດຳເນີນການໃຊ້ງານຕາມທີ່ສະເໜີຜ່ານທາງເວັບໄຊທ໌ ລວມທັງໃຫ້ຂໍ້ສະເໜີ ແລະ ຂໍ້ມູນກ່ຽວກັບ foodpanda ແລະ ບໍລິການອື່ນໆ ທີ່ທ່ານອາດສົນໃຈ. ພວກເຮົາເກັບກຳຂໍ້ມູນສ່ວນຕົວນີ້ຜ່ານ: ການສັ່ງອາຫານອອນໄລນ໌; ເຂົ້າຮ່ວມການແຂ່ງຂັນ; ສະໝັກຮັບຈົດໝາຍຂ່າວ; ສ້າງບັນຊີຜູ້ໃຊ້ງານ;ການສົ່ງຂໍ້ຄວາມ’ຕິດຕໍ່ເຮົາ’ ຫຼື ການຕິດຕໍ່ອື່ນໆຜ່ານທາງເວັບໄຊທ໌; ຫຼືຜ່ານການໂຄສະນາ, ການຄົ້ນຄວ້າ ແລະ ການຕະຫຼາດໂດຍກົງ. ພວກເຮົາຈະບໍ່ເກັບກຳຂໍ້ມູນທີ່ລະອຽດອອ່ນກ່ຽວກັບທ່ານ.
ກຸກກີ້
ຂໍ້ມູນບາງຢ່າງທີ່ທາງເວັບໄຊທ໌ເກັບກຳ ຈະບໍ່ສາມາດພິສູດຕົວຕົນຜູ້ໃຊ້ງານໄດ້ ແຕ່ຈະຕິດຕາມການເຂົ້າໃຊ້ງານເວັບໄຊທ໌ຂອງທ່ານແທນ ເພື່ອທີ່ພວກເຮົາຈະໄດ້ຮັບຮູ້ລັກສະນະການໃຊ້ງານຂອງລູກຄ້າ ແລະ ເພື່ອເປັນການປັບປຸງການສັ່ງອາຫານອອນໄລນ໌. ພວກເຮົາຈະຮັບເອົາຂໍ້ມູນເຫຼົ່ານີ້ໂດຍໃຊ້ກຸກກີ້. ກຸກກີ້ແມ່ນຖານຂໍ້ມູນຂະໜາດນ້ອຍທີ່ສົ່ງຜ່ານໄປຫາອຸປະກອນຂອງທ່ານ ທີ່ຮັບຮູ້ ແລະ ລະບຸອຸປະກອນຂອງທ່ານ ແລະ ອະນຸຍາດໃຫ້ອຸປະກອນຂອງທ່ານຈື່ຂໍ້ມູນຈາກເວັບໄຊທ໌ເພື່ອການໃຊ້ງານຄັ້ງຕໍ່ໄປ. ກຸກກີ້ບໍ່ໄດ້ເກັບຂໍ້ມູນໃດໆທີ່ພິສູດຕົວຕົນຂອງທ່ານ ແລະ ພວກເຮົາບໍ່ໄດ້ໃຊ້ກຸກກີ້ເພື່ອເກັບຂໍ້ມູນດັ່ງກ່າວ ແຕ່ພວກເຮົາຈະເກັບກຳຂໍ້ມູນສ່ວນຕົວຂອງທ່ານເມື່ອທ່ານໄດ້ໃຫ້ຂໍ້ມູນສ່ວນຕົວກັບເຮົາ. ພວກເຮົາອາດຈະເກັບຂໍ້ມູນທາງເຕັກນິກຈາກໂທລະສັບມືຖືຂອງທ່ານ ຫຼືການໃຊ້ງານເວັບໄຊທ໌ຜ່ານທາງໂທລະສັບມືຖື ຍົກຕົວຢ່າງເຊັ່ນ ຂໍ້ມູນສະຖານທີ່ຕັ້ງ ແລະ ຄຸນລັກສະນະສະເພາະ, ຂໍ້ມູນປະສິດທິພາບການນຳໃຊ້ອຸປະກອນຂອງທ່ານ, ຜູ້ໃຫ້ບໍລິການທາງເຄືອຂ່າຍ/ລະບົບປະຕິບັດການ ລວມທັງຊະນິດຂອງອຸປະກອນ ແລະການເຊື່ອມຕໍ່ IP address, ວິທີການຊຳລະເງິນຜ່ານທາງມືຖື, ປະຕິສຳພັນກັບການໃຊ້ເຕັກໂນໂລຊີຕ່າງໆເຊັ່ນ NFC Tags, QR Codes ຫຼື ການນຳໃຊ້ບັດຄູປອງມືຖື. ອຸປະກອນຂອງທ່ານ ແລະ/ຫຼື web browser ຄວນຈະອະນຸຍາດໃຫ້ທ່ານປະຕິເສດການໃຊ້ງານກຸກກີ້ຖ້າທ່ານຕ້ອງການໂດຍການປ່ຽນການຕັ້ງຄ່າ. ຖ້າວ່າທ່ານຕ້ອງການລາຍລະອຽດເພີ່ມເຕີມກ່ຽວກັບກຸກກີ້, ລວມທັງວິທີການຕັ້ງຄ່າການໃຊ້ງານ, ການຈັດການ ແລະ ການລຶບກຸກກີ້, ເຂົ້າເບິ່ງເວັບໄຊທ໌ www.allaboutcookies.org.
ການເກັບມ້ຽນ ແລະ ຄວາມປອດໄພຂອງຂໍ້ມູນສ່ວນຕົວຂອງທ່ານ
foodpanda ຈະໃຊ້ຄວາມພະຍາຍາມໃນການຮັກສາຂໍ້ມູນສ່ວນຕົວຂອງທ່ານໃຫ້ປອດໄພທີ່ສຸດ ແລະ ປ້ອງກັນບໍ່ໃຫ້ມີການນຳເອົາຂໍ້ມູນສ່ວນຕົວຂອງທ່ານໄປໃຊ້ໃນທາງທີ່ຜິດ, ການແຊກແຊງແລະເຮັດໃຫ້ສູນເສຍ, ການເຂົ້າເຖິງຂໍ້ມູນ, ດັດແປງ ແລະ ເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດ. foodpanda ຈະທຳລາຍຂໍ້ມູນສ່ວນຕົວຂອງທ່ານທັງໝົດທີ່ມີທີ່ບໍ່ຕ້ອງການໃຊ້ອີກຕໍ່ໄປພາຍໃຕ້ຂໍ້ກຳນົດຂອງນະໂຍບາຍ ຄວາມເປັນສ່ວນຕົວນີ້. ເມື່ອທ່ານເລືອກລະຫັດຜ່ານເພື່ອເຂົ້າໃຊ້ບໍລິການບາງຢ່າງຂອງເວັບໄຊທ໌, ທ່ານມີໜ້າທີ່ຮັບຜິດຊອບຮັກສາລະຫັດຜ່ານຂອງທ່ານໃຫ້ເປັນຄວາມລັບ. ພວກເຮົາຂໍແນະນຳຢ່າໃຫ້ຫຼືແລກປ່ຽນລະຫັດຜ່ານກັບຜູ້ໃດ. ເນື່ອງຈາກລັກສະນະການໃຊ້ງານຂອງອິນເຕີເນັດ, foodpanda ບໍ່ສາມາດຮັບປະກັນຄວາມປອດໄພໃດໆ ຕໍ່ຂໍ້ມູນສ່ວນຕົວຂອງທ່ານໃນລະຫວ່າງການສົ່ງຂໍ້ມູນໃຫ້ພວກເຮົາຫຼືການເກັບຂໍ້ມູນ ໂດຍພວກເຮົາ ແລະ ທ່ານຍອມຮັບວ່າ ທ່ານໄດ້ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ເຮົາໂດຍເປັນຄວາມສ່ຽງຂອງທ່ານເອງ. ກະລຸນາຕິດຕໍ່ພວກເຮົາທັນທີຖ້າທ່ານຮູ້ ແລະເຊື່ອວ່າມີການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານຜ່ານທາງເວັບໄຊທ໌ໂດຍບໍ່ໄດ້ຮັບອະນຸຍາດ.
ການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານທີ່ເກັບກຳໂດຍfoodpanda
ທ່ານຍິນຍອມໃຫ້ foodpandaເກັບກຳ ແລະນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນການດຳເນີນການ ແລະ ຈັດສົ່ງຕາມຄຳສັ່ງໄວ້ເທິງເວັບໄຊທ໌ ລວມເຖິງການໃຫ້ບໍລິການອື່ນໆຜ່ານເວັບໄຊທ໌. ໂດຍສະເພາະທ່ານຍິນຍອມຢ່າງຊັດເຈນວ່າfoodpanda ອາດຈະເປີດເຜີຍຂໍ້ມູນຂອງທ່ານເຊິ່ງລວມເຖິງ ຊື່, ອີເມລ໌, ທີ່ຢູ່ ແລະ ເບີໂທລະສັບ ຂອງທ່ານໃຫ້ຜູ້ ຈັດສົ່ງລາຍການສັ່ງຂອງທ່ານ, ບໍ່ວ່າຈະເປັນພະນັກງານຂອງ foodpanda ຫຼື ໂດຍພາກສ່ວນທີສາມທີ່ໃຫ້ບໍລິການຈັດສົ່ງໃຫ້ແກ່ foodpanda. ທ່ານຍິນຍອມໃຫ້ foodpanda ນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອຈຸດປະສົງໃນການໂຄສະນາ ແລະ ການຕະຫຼາດໂດຍກົງ ເພື່ອແຈ້ງໃຫ້ທ່ານຮູ້ກ່ຽວກັບເວັບໄຊທ໌ ແລະ ສິນຄ້າແລະການບໍລິການທີ່ມີໃຫ້, ຫຼືເລື່ອງອື່ນໆທີ່ທ່ານອາດຈະສົນໃຈ. foodpanda ອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ແລະ ທ່ານຍິນຍອມໃຫ້ foodpanda ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ແກ່: - ໜ່ວຍງານອື່ນທີ່ຢູ່ພາຍໃນກຸ່ມບໍລິສັດ foodpanda; - ບຸກຄົນທີສາມທີ່ກ່ຽວຂ້ອງກັບ foodpanda ຫຼື ສະມາຊິກຄົນອື່ນໆຂອງກຸ່ມ foodpanda ເພື່ອປະຕິບັດໜ້າທີ່ຫຼືສະ ໜອງຜະລິດຕະພັນ ແລະ ການບໍລິການໃນນາມຂອງພວດເຮົາເຊັ່ນ: ການດຳເນີນການຊຳລະເງິນ, ການສົ່ງຈົດໝາຍອອກ, ການເກັບໜີ້, ການວິໄຈຂໍ້ມູນ, ສະຖິຕິການຕະຫຼາດ ແລະ ການໂຄສະນາທາງກົງຫຼືທາງອ້ອມ. ຫາກທ່ານຕ້ອງການຍົກເລີກການຮັບຂ່າວສານການຕະຫຼາດໂດຍກົງຈາກ foodpanda ຫຼື ບໍ່ຕ້ອງການໃຫ້ເຮົາແບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບພາກສ່ວນອື່ນ, ກະລຸນາຕິດຕໍ່ພວກເຮົາທີ່ສູນຊ່ວຍເຫຼືອ (Help Center) ຫຼື ປະຕິບັດຕາມຂັ້ນຕອນໃນການຍົກເລີກການສະໝັກ ເຊິ່ງມີຢູ່ໃນທຸກໆການສື່ສານທີ່ທ່ານໄດ້ຮັບຈາກພວກເຮົາ, ການຮ້ອງຂໍເອົາ ຂໍ້ມູນສ່ວນຕົວຂອງທ່ານອອກ ຈາກບັນຊີລາຍຊື່ຜູ້ຮັບຈົດໝາຍຂອງພວກເຮົາ. ພວກເຮົາຈະພະຍາຍາມປະຕິບັດຕາມຄຳຮ້ອງຂໍຂອງທ່ານພາຍໃນໄລຍະເວລາທີ່ເໝາະສົມຫຼັງຈາກໄດ້ຮັບການ ຮ້ອງຂໍຈາກທ່ານ. ກະລຸນາຮັບຊາບວ່າ ການໃຫ້ບຸກຄົນທີ່ສາມດຳເນີນການຍົກເລີກການໃຊ້ບໍລິການນັ້ນໝາຍເຖິງພວກເຮົາຈະບໍ່ສາມາດໃຫ້ບໍລິການ ໃດໆທ່ານໄດ້ອີກ. foodpanda ຂໍສະຫງວນສິດໃນການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ຫາກມີຄວາມຈຳເປັນຫຼືໄດ້ຮັບອະນຸຍາດໃນທາງກົດໝາຍ ຫຼືເພື່ອເປັນການປົກປ້ອງສິດ ຫຼື ຊັບສິນຂອງ foodpanda ຫຼື ບຸກຄົນທີ່ສາມ ຫຼື ເພື່ອຫຼີກເວັ້ນຄວາມເສຍຫາຍໃດໆທີ່ອາດຈະເກີດຂຶ້ນກັບຜູ້ອື່ນ ໃນກໍລະນີທີ່ມີການຂາຍບໍລິສັດ ຫຼືຮ່ວມເຂົ້າກັບບໍລິສັດອື່ນ, ຂໍ້ມູນສ່ວນຕົວຂອງທ່ານບາງສ່ວນຫຼືທັງໝົດອາດຖືກໂອນຍ້າຍໄປໃຫ້ບຸກຄົນທີ່ສາມ.
ການເຂົ້າເຖິງຂໍ້ມູນຂອງທ່ານ
foodpanda ຈະໃຊ້ທຸກຄວາມພະຍາຍາມເພື່ອຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຢ່າງຖືກຕ້ອງ, ຄົບຖ້ວນ, ອັບເດດຢູ່ສະເໝີ, ມີຄວາມກ່ຽວຂ້ອງ ແລະ ບໍ່ເຮັດໃຫ້ເຂົ້າໃຈຜິດ. ກະລຸນາຕິດຕໍ່ຫາພວກເຮົາ ຖ້າທ່ານຕ້ອງການເຂົ້າເຖິງຂໍ້ມູນສ່ວນຕົວທີ່ທ່ານໄດ້ໃຫ້ foodpanda ໄວ້. ພວກເຮົາຈະສະໜອງ ບັນຊີຂໍ້ມູນສ່ວນຕົວຂອງທ່ານໃຫ້ສົມບູນພາຍໃນໄລຍະເວລາທີ່ສົມເຫດສົມຜົນຫຼັງຈາກໄດ້ຮັບຄຳຮ້ອງຂໍຂອງ ທ່ານ. ກະລຸນາຕິດຕໍ່ພວກເຮົາທີ່ສູນຊ່ວຍເຫຼືອ (Help Center). Foodpanda ຂໍສະຫງວນສິດໃນການຄິດຄ່າທຳນຽມ ໃນການດຳເນີນການຕາມຄຳຂໍຂອງທ່ານເພື່ອໃຫ້ສອດ ຄ່ອງຕາມກົດໝາຍທ້ອງຖິ່ນ. ທ່ານສາມາດຕິດຕໍ່ພວກເຮົາເພື່ອແກ້ໄຂຂໍ້ມູນສ່ວນຕົວໃດໆທີ່ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຫຼື ບໍ່ອັບເດດ ຫຼື ຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວຂອງທ່ານ. ພວກເຮົາຈະດຳເນີນການຕາມຄຳຂໍ ຂອງທ່ານໃຫ້ໄວທີ່ສຸດຫຼັງຈາກໄດ້ຮັບການແຈ້ງຈາກທ່ານ. ການລຶບບັນຊີ foodpanda ຂອງທ່ານ ບໍ່ໄດ້ໝາຍຄວາມວ່າຂໍ້ມູນສ່ວນຕົວຂອງທ່ານຈະຖືກລຶບ ໂດຍອັດຕະໂນມັດ. ຖ້າທ່ານຕ້ອງການໃຫ້ foodpanda ລຶບຂໍ້ມູນສ່ວນຕົວທັງໝົດພ້ອມກັບການລຶບບັນຊີຂອງທ່ານ, ກະລຸນາເຮັດຕາມຂັ້ນຕອນທີ່ກ່າວມາຂ້າງເທິງ. ກະລຸນາຮັບຊາບວ່າ ການລຶບຂໍ້ມູນສ່ວນຕົວຂອງທ່ານອອກຈາກລະບົບເຮົານັ້ນ ໝາຍເຖິງທ່ານຍົກເລີກການໃຊ້ບໍລິການຈາກພວກເຮົາທັງໝົດ ແລະ ພວກເຮົາບໍ່ສາມາດດຳເນີນການຕາມຄຳຂໍຂອງທ່ານ ຖ້າຫາກມີຂໍ້ກຳນົດທາງກົດໝາຍໃດໆ ໃນການຮັກສາຂໍ້ມູນສ່ວນບຸກຄົນບາງສ່ວນຂອງທ່ານ. ພວກເຮົາອາດຈະຮຽກຮ້ອງໃຫ້ທ່ານພິສູດຕົວຕົນຂອງທ່ານກ່ອນທີ່ຈະໃຫ້ ສຳເນົາຂໍ້ມູນສ່ວນຕົວຂອງທ່ານ.
ການປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວ
Foodpanda ຂໍສະຫງວນສິດໃນການປ່ຽນແປງ ທັງໝົດ ຫຼື ບາງສ່ວນຂອງນະໂຍບາຍຄວາມເປັນສ່ວນຕົວນີ້. ຖ້າມີການປ່ຽນແປງໃດໆຈະແຈ້ງຜ່ານທາງເວບໄຊທ໌ ແລະ ຜ່ານການແຈ້ງເຕືອນທາງອີເມວຕາມຄວາມເໝາະສົມ.
ເວັບໄຊທ໌ອື່ນໆ
ເວັບໄຊທ໌ຂອງເຮົາອາດມີລິ້ງໄປຫາເວັບໄຊທ໌ອື່ນໆ. ນະໂຍບາຍຄວາມເປັນສ່ວນຕົວນີ້ໃຊ້ໄດ້ແຕ່ກັບເວັບໄຊທ໌ຂອງ ເຮົາເທົ່ານັ້ນ. ດັ່ງນັ່ນ ທ່ານຄວນອ່ານນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊທ໌ອື່ນໆ ທີ່ທ່ານກຳລັງໃຊ້ງານຢູ່.
ການຕິດຕໍ່
ຖ້າຫາກທ່ານມີຄຳຄິດເຫັນ, ຄຳຖາມຕ່າງໆ ແລະ ຕ້ອງການສອບຖາມຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງກັບການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ ກະລຸນາຕິດຕໍ່ພວກເຮົາທີ່ສູນຊ່ວຍເຫຼືອ (Help Center) ພວກເຮົາຍິນດີໃຫ້ບໍລິການ.