ຂໍ້ກຳນົດ ແລະ ເງື່ອນໄຂ | foodpanda

ຂໍ້ກຳນົດການນຳໃຊ້

ຂໍ້ກຳນົດການນໍາໃຊ້ເຫຼົ່ານີ້ (ລວມທັງຂໍ້ກໍານົດ, ນະໂຍບາຍ, ແຈ້ງການ, ຄູ່ມືແນະນໍາ, ແລະ ຮູບແບບອື່ນໆທັງໝົດທີ່ອ້າງອິງໃນທີ່ນີ້ ຫຼື ມີຢູ່ເທິງແພລັດຟອມ ຫຼື ໂດຍໄຮເປີລີ້ງ (hyperlink) ເອີ້ນວ່າ ("ຂໍ້ກຳນົດ") ຄຸ້ມຄອງການນໍາໃຊ້ຢູ່ເທິງເວັບໄຊ໌ ແລະ ແອັບພລີເຄຊັ້ນເທິງມືຖືຂອງທ່ານທີ່ສະໜອງໂດຍ ບໍລິສັດ ເດລິເວີຣີ ຮີໂຣ (ລາວ) ຈຳກັດຜູ້ດຽວ (ຫຼື ເອີ້ນອີກຢ່າງໜຶ່ງວ່າ "ຟູດແພນດ້າ", "ເຮົາ" ຫຼື "ພວກເຮົາ") (ເອີ້ນລວມກັນວ່າ "ແພລັດຟອມ"). "ການບໍລິການ" ທີ່ພວກເຮົາສະໜອງ ຫຼື ເຮັດໃຫ້ສາມາດໃຊ້ໄດ້ປະກອບມີ (ກ) ແພລັດຟອມ, ແລະ (ຂ) ການບໍລິການສະໜອງໂດຍແພລັດຟອມ ແລະ/ຫຼື ໂດຍ ຟູດແພນດ້າ ແລະ ໃຫ້ບໍລິການຜ່ານແພລັດຟອມ. ຄຸນລັກສະນະໃໝ່ໃດໆກໍ່ຕາມທີ່ໄດ້ຖືກເພີ່ມເຂົ້າໃນການບໍລິການ ແມ່ນຂຶ້ນກັບຂໍ້ກຳນົດເຫຼົ່ານີ້. ຂໍ້ກຳນົດເຫຼົ່ານີ້ຄຸ້ມຄອງການບໍລິການຂອງທ່ານ ທີ່ໄດ້ຖືກສະໜອງໃຫ້ໂດຍ ຟູດແພນດ້າ.

ກະລຸນາອ່ານຂໍ້ກຳນົດເຫຼົ່ານີ້ດ້ວຍຄວາມລະມັດລະວັງ. ໂດຍການເຂົ້າເຖິງ ແລະ ການນໍາໃຊ້ແພລັດຟອມ, ທ່ານຕົກລົງເຫັນດີວ່າທ່ານໄດ້ອ່ານ, ໄດ້ເຂົ້າໃຈ ແລະ ໄດ້ຍອມຮັບທຸກຂໍ້ກໍານົດເຫຼົ່ານີ້ ແລະ ການຍິນຍອມໃຫ້ການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານໂດຍສອດຄ່ອງກັບຂໍ້ກຳນົດທີ່ໄດ້ລະບຸໄວ້ໃນນະໂຍບາຍຄວາມເປັນສ່ວນຕົວ (https://www.foodpanda.la/en/contents/privacy.htm). ຖ້າຫາກວ່າທ່ານບໍ່ເຫັນດີກ່ຽວກັບຂໍ້ກໍານົດເຫຼົ່ານີ້, ກະລຸນາບໍ່ເຂົ້າເຖິງ ຫຼື ນຳໃຊ້ແພລັດຟອມ, ຫຼື ການບໍລິການ.

ແພລັດຟອມດັ່ງກ່າວອາດຈະຖືກນໍາໃຊ້ໂດຍ (i) ບຸກຄົນທົ່ວໄປທີ່ມີອາຍຸເຖິງ 18 ປີ ແລະ (ii) ຫົວໜ່ວຍວິສາຫະກິດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ ເຊັ່ນ: ບັນດາບໍລິສັດ, ຖ້າເປັນໄປໄດ້, ຂໍ້ກຳນົດເຫຼົ່ານີ້ຈະຕ້ອງອີງຕາມບົດບັນຍັດສະເພາະຂອງປະເທດນັ້ນຕາມທີ່ໄດ້ລະບຸໄວ້ໃນທີ່ນີ້.

ຜູ້ໃຊ້ມີອາຍຸຕໍ່າກວ່າ 18 ປີຕ້ອງໄດ້ຮັບຄວາມຍິນຍອມຈາກພໍ່ ຫຼື ແມ່ເສັຍກ່ອນ ຫຼື ຜູ້ປົກຄອງຕາມທີ່ກົດໝາຍກຳນົດ, ເຊິ່ງໂດຍໄດ້ຮັບການຍິນຍອມຂໍ້ກຳນົດເຫຼົ່ານີ້ຈະຕົກລົງວ່າຈະຮັບຜິດຊອບຕໍ່ການກະທຳຂອງທ່ານ ແລະ ຄ່າບໍລິການຕ່າງໆທີ່ກ່ຽວຂ້ອງກັບການນຳໃຊ້ແພລັດຟອມ ແລະ/ຫຼື ການສັ່ງຊື້ສິນຄ້າຂອງຕົນ. (ຕາມທີ່ໄດ້ກໍານົດໄວ້ຂ້າງລຸ່ມນີ້). ຖ້າຫາກວ່າທ່ານບໍ່ໄດ້ຮັບການຍິນຍອມຈາກພໍ່ ຫຼື ແມ່ ຫຼື ຜູ້ປົກຄອງຕາມທີ່ກົດໝາຍກຳນົດ, ທ່ານຕ້ອງຢຸດຕິການນໍາໃຊ້/ການເຂົ້າເຖິງແພລັດຟອມທັນທີ.

ທ່ານຕົກລົງເຫັນດີ ແລະ ຮັບຮູ້ວ່າ, ນີ້ເປັນສ່ວນໜຶ່ງຂອງນະໂຍບາຍຂອງ ຟູດແພນດ້າ ແລະ/ຫຼື ທຸກໆຄັ້ງທີ່ເຫັນວ່າມີຄວາມຈໍາເປັນ, ຟູດແພນດ້າ ແລະ/ຫຼື ບຸກຄົນທີສາມທີ່ເຂົ້າຮ່ວມໂດຍ ຟູດແພນດ້າ, ອາດຈະດໍາເນີນການກວດສອບປະຫວັດຄວາມເປັນມາໃຫ້ແກ່ທ່ານຢ່າງຕໍ່ເນື່ອງ, ໂດຍບໍ່ມີການອ້າງອີງ ຫຼື ແຈ້ງການເພີ່ມເຕີມຕໍ່ກັບທ່ານ. "ການກວດສອບປະຫວັດຄວາມເປັນມາ" ລວມທັງ, ແຕ່ບໍ່ມີການຈຳກັດ, ການລົງໂທດຂອງລັດຖະບານ ຫຼື ການລົງໂທດທາງດ້ານການເງິນ, ກິດຈະກໍາການດໍາເນີນຄະດີທາງແພ່ງ ຫຼື ທາງອາຍາ, ຂ່າວທາງລົບ. ຖ້າຟູດແພນດ້າ, ໃນການຕັດສິນໃຈຂອງຕົນແຕ່ພຽງຜູ້ດຽວ, ບໍ່ເພີິ່ງພໍໃຈກັບຜົນຂອງການກວດສອບປະຫວັດຄວາມເປັນມາ, ຟູດແພນດ້າ ອາດຈະປິດບັນຊີ ຟູດແພນດ້າຂອງທ່ານ ແລະ/ຫຼື ການນຳໃຊ້ຢູ່ເທິງແພລັດຟອມ.

ຟູດແພນດ້າ ສະຫງວນສິດໃນການປ່ຽນແປງ ຫຼື ແກ້ໄຂຂໍ້ກຳນົດເຫຼົ່ານີ້ (ລວມທັງຂໍ້ກໍານົດ ແລະ ເງື່ອນໄຂເພີ່ມເຕີມ ຫຼື ນະໂຍບາຍຕ່າງໆ, ເຊິ່ງໄດ້ຖືກເຜີຍແຜ່ຢູ່ເທິງແພລັດຟອມ ແລະ ລວມຢູ່ໃນຂໍ້ກຳນົດເຫຼົ່ານີ້) ເມື່ອໃດກໍ່ຕາມ. ມັນແມ່ນຄວາມຮັບຜິດຊອບຂອງທ່ານທີ່ຈະທົບທວນຄືນຂໍ້ກໍານົດຢ່າງສະໜໍ່າສະເໝີ ແລະ ທ່ານໄດ້ຖືກແນະນໍາໃຫ້ເຮັດແນວທາງການປະຕິບັດຢ່າງເຂັ້ມແຂງ. ທ່ານຈະຖືກ ຖືວ່າໄດ້ຕົກລົງເຫັນດີກ່ຽວກັບຂໍ້ກຳນົດໃນການດັດແກ້ (ບໍ່ວ່າທ່ານຈະໄດ້ທົບທວນຄືນດ້ວຍຕົນເອງ ຫຼື ບໍ່) ໂດຍການສືບຕໍ່ນຳໃຊ້ແພລັດຟອມໂດຍອີງຕາມວັນທີ່ຂໍ້ກຳນົດໄດ້ຖືກດັດແກ້ເພື່ອປະກາດນຳໃຊ້.

ຮູບພາບ ແລະ ພາບຖ່າຍທັງໝົດຂອງສິນຄ້າທີ່ໄດ້ສະແດງຢູ່ເທິງແພລັດຟອມນັ້ນໃຊ້ເພື່ອຈຸດປະສົງໃນການສະແດງເປັນຕົວຢ່າງເທົ່ານັ້ນ ແລະ ອາດຈະແຕກຕ່າງຈາກສິນຄ້າຕົວຈິງ.

1 ຟູດແພນດ້າ

1.1 ພວກເຮົາແມ່ນໃຜ

ຂຶ້ນກັບວ່າແພລັດຟອມໃດທີ່ທ່ານເຂົ້າເຖິງ ແລະ ນຳໃຊ້, ຂໍ້ກຳນົດເຫຼົ່ານີ້ປະກອບເປັນສັນຍາລະຫວ່າງທ່ານກັບໜ່ວຍງານພາຍໃນອົງກອນ ຂອງ ຟູດແພນດ້າ ດັ່ງຕໍ່ໄປນີ້:

  • ຟູດແພນດ້າ ບັງກະລາເທດ (foodpanda Bangladesh) (www.foodpanda.bd)

  • ຟູດແພນດ້າ ກຳປູເຈຍ (foodpanda Cambodia) (www.foodpanda.com.kh)

  • ຟູດແພນດ້າ ຮົງກົງ (foodpanda Hong Kong) (www.foodpanda.hk)

  • ຟູດແພນດ້າ ລາວ (foodpanda Laos) (www.foodpanda.la)

  • ຟູດແພນດ້າ ມາເລເຊຍ (foodpanda Malaysia) (www.foodpanda.my)

  • ຟູດແພນດ້າ ມຽນມາ (foodpanda Myanmar) (www.foodpanda.com.mm)

  • ຟູດແພນດ້າ ປາກີສະຖານ (foodpanda Pakistan) (www.foodpanda.pk)

  • ຟູດແພນດ້າ ຟີລິບປິນ (foodpanda Philippines) (www.foodpanda.ph)

  • ຟູດແພນດ້າ ໃຕ້ຫວັນ (foodpanda Taiwan) (www.foodpanda.tw)

  • ຟູດແພນດ້າ ໄທ (foodpanda Thailand) (www.foodpanda.th)

  • ຟູດແພນດ້າ ສິງກະໂປ (foodpanda Singapore) (www.foodpanda.sg)

1.2 ພວກເຮົາເຮັດຫຍັງ

ໂດຍຜ່ານແພລັດຟອມຂອງພວກເຮົາ, ຟູດແພນດ້າ ລີ້ງທ່ານເຂົ້າກັບຮ້ານອາຫານ/ຮ້ານຄ້າ (“ຜູ້ຂາຍ”) ເພື່ອໃຫ້ທ່ານສັ່ງສິນຄ້າໄດ້ຫຼາກຫຼາຍຊະນິດລວມທັງອາຫານທີ່ກຽມໄວ້, ອາຫານທີ່ບໍ່ໄດ້ກະກຽມ ແລະ ລາຍການທີ່ບໍ່ແມ່ນອາຫານອື່ນໆ (ຕໍ່ໄປນີ້ຈະເອີ້ນລວມກັນວ່າ "ສິນຄ້າ") ທີ່ໄດ້ຖືກຈັດສົ່ງໃຫ້ທ່ານ. ເມື່ອທ່ານກົດສັ່ງຊື້ສິນຄ້າຈາກຜູ້ຂາຍຂອງພວກເຮົາ (“ຄຳສັ່ງຊື້”), ຟູດແພນດ້າ ຈະເຮັດໜ້າທີ່ເປັນຕົວແທນຂອງຜູ້ຂາຍນັ້ນເພື່ອອຳນວຍຄວາມສະດວກ, ດຳເນີນການ ແລະ ສະຫຼຸບການສັ່ງຊື້ ແລະ ຕໍ່ມາພວກເຮົາ ຫຼື ຜູ້ຂາຍ ຈະຈັດສົ່ງສິນຄ້າໃຫ້ທ່ານ. ຜູ້ຂາຍ ອາດຈະເປັນເຈົ້າຂອງຮ້ານ ແລະ ດໍາເນີນກິດຈະການໂດຍຜູ້ຂາຍ ທີ່ເປັນບຸກຄົນທີສາມ, ພວກເຮົາໄດ້ຮັບອະນຸຍາດຈາກຜູ້ຂາຍດັ່ງກ່າວໃຫ້ຍອມຮັບການຈ່າຍເງິນ ແລະ ອາກອນມູນຄ່າເພີ່ມ (“ອມພ”) ຈຳນວນ (ນຳໃຊ້ກັບຜູ້ຂາຍທີ່ລົງທະບຽນການມອບພັນທະ ອມພ ເທົ່ານັ້ນ) ໃນນາມຂອງພວກເຂົາ.

1.3 ທ່ານສາມາດຕິດຕໍ່ພວກເຮົາໄດ້ແນວໃດ

ສໍາລັບການຊ່ວຍເຫຼືອລູກຄ້າ, ທ່ານອາດຈະຕິດຕໍ່ຫາພວກເຮົາໂດຍຜ່ານສູນຊ່ວຍເຫຼືອທີ່ໄດ້ສະໜອງໃຫ້ຢູ່ເທິງ

ແພລັດຟອມ.

2 ໃຊ້ແພລັດຟອມ ແລະ ບັນຊີ ຂອງ ຟູດແພນດ້າ

2.1 ທ່ານຈະຕ້ອງໄດ້ລົງທະບຽນ ສໍາລັບບັນຊີຂອງຟູດແພນດ້າທີ່ທ່ານໄດ້ນຳໃຊ້ຢູ່ເທິງແພລັດຟອມ. ເມື່ອທ່ານລົງທະບຽນສໍາລັບບັນຊີໃດໜຶ່ງໃນການນຳໃຊ້ບັນຊີຂອງຟູດແພນດ້າ ພວກເຮົາຈະຖາມທ່ານເພ່ືອສະໜອງຂໍ້ມູນສ່ວນຕົວຂອງທ່ານລວມທັງທີ່ຢູ່ອີເມວລ໌ທີ່ຖືກຕ້ອງ, ເບີໂທລະສັບ ແລະ ລະຫັດຜ່ານທີ່ເປັນເອກະລັກສະເພາະ. ພວກເຮົາຂໍສະຫງວນສິດໃນການສົ່ງລະຫັດເພື່ອຢືນຢັນແບບໃຊ້ຄັ້ງດຽວ (“OTP”) ຜ່ານທາງບໍລິການຂໍ້ຄວາມສັ້ນ (“SMS”) ຫຼື ຜ່ານແພລັດຟອມສົ່ງຂໍ້ຄວາມເຊັ່ນ: ວັອດແອັບ (Whatsapp) ຫຼື ແອັບພລິເຄຊັ້ນການສື່ສານອື່ນໆທີ່ຄ້າຍຄືກັນ, ຕາມດຸນພິນິດຂອງພວກເຮົາແຕ່ພຽງຜູ້ດຽວ. ເພື່ອຊື້ຄຳສັ່ງຊື້, ຂຶ້ນກັບວິທີການຊໍາລະເງິນທີ່ທ່ານເລືອກ, ທ່ານອາດຈະຈໍາເປັນຕ້ອງໃຫ້ລາຍລະອຽດບັດເຄຣດິດຂອງທ່ານໃຫ້ກັບພວກເຮົາ. ລະຫັດຜ່ານທີ່ເປັນເອກະລັກສະເພາະຂອງທ່ານບໍ່ຄວນຖືກແບ່ງປັນໃຫ້ກັບໃຜ ແລະ ທ່ານຕົກລົງເຫັນດີທີ່ຈະຮັກສາມັນເປັນຄວາມລັບຕະຫຼອດເວລາ. ທ່ານຮັບຜິດຊອບພຽງຢ່າງດຽວໃນການຮັກສາລະຫັດຜ່ານຂອງທ່ານໃຫ້ປອດໄພ. ບັນທຶກສໍາລັບກໍລະນີການສໍ້ໂກງ ຫຼື ການລະເມີດທີ່ບໍ່ແມ່ນຄວາມຜິດຂອງທ່ານ, ທ່ານຍອມຮັບວ່າຄຳສັ່ງຊື້ທັງໝົດທີ່ທ່ານທີ່ໄດ້ກົດສັ່ງພາຍໃຕ້ບັນຊີຂອງຟູດແພນດ້າທີ່ທ່ານນຳໃຊ້ ແມ່ນຄວາມຮັບຜິດຊອບຂອງທ່ານແຕ່ພຽງຜູ້ດຽວ.

2.2 ຟູດແພນດ້າ ຈະບໍ່ຮັບຜິດຊອບຕໍ່ຄໍາສັ່ງຊື້ ທີ່ພົບເຫັນວ່າມີບັນຫາໃນການຈັດສົ່ງເນື່ອງຈາກຂໍ້ມູນບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ຂາດຫາຍໄປໂດຍທ່ານເອງ. ທ່ານມີພັນທະທີ່ຈະສະໜອງຂໍ້ມູນໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ເປັນຄວາມຈິງເພື່ອໃຫ້ການດຳເນີນການສັ່ງຊື້ທີ່ເໝາະສົມ, ລວມທັງທີ່ຢູ່ໃນການຈັດສົ່ງ ແລະ ຂໍ້ມູນຕິດຕໍ່ໃນການຈັດສົ່ງຂອງທ່ານ.

2.3 ຖ້າຫາກທ່ານມີຈຸດປະສົງທີ່ຈະລຶບບັນຊີຂອງທ່ານ, ກະລຸນາສົ່ງອີເມວລ໌ຫາພວກເຮົາເພື່ອຮ້ອງຂໍໃນເວລາດຽວກັນ. ພວກເຮົາອາດຈະຈຳກັດ, ໂຈະ ຫຼື ຢຸດຕິ ບັນຊີຂອງທ່ານຢູ່ໃນແອັບ ຂອງ ຟູດແພນດ້າ ແລະ/ຫຼື  ການນຳໃຊ້ແພລັດຟອມ, ຖ້າຫາກພວກເຮົາເຊື່ອໃຈຢ່າງສົມເຫດສົມຜົນວ່າ:

2.3.1 ບຸກຄົນອື່ນທີ່ບໍ່ແມ່ນທ່ານກໍາລັງໃຊ້ບັນຊີ ຟູດແພນດ້າຂອງທ່ານ;

2.3.2 ບ່ອນທີ່ທ່ານໄດ້ຖືກສົງໄສ ຫຼື ຄົ້ນພົບວ່າທ່ານມີສ່ວນຮ່ວມໃນການເຄື່ອນໄຫວກິດຈະກຳໃດໜຶ່ງ ຫຼື ການປະພຶດທີ່ເປັນການລະເມີດຂໍ້ກຳນົດເຫຼົ່ານີ້, ນະໂຍບາຍ ແລະ ຄູ່ມືແນະນຳ, ຫຼື ມີສ່ວນຮ່ວມໃນການເຄື່ອນໄຫວກິດຈະກຳໃດໜຶ່ງ ຫຼື ການປະພຶດທີ່ພວກເຮົາຖືວ່າຢູ່ໃນການຕັດສິນໃຈຂອງພວກເຮົາແຕ່ພຽງຝ່າຍດຽວທີ່ຖືວ່າເປັນການລະເມີດຂອງການນຳໃຊ້ແພລັດຟອມ.

2.3.3 ທ່ານບໍ່ສາມາດຕອບສະໜອງ ຜົນຂອງການກວດສອບປະຫວັດຄວາມເປັນມາຢ່າງຕໍ່ເນື່ອງ.

3 ຂໍ້ຈໍາກັດ

3.1 ກິດຈະກຳທີ່ຖືກຫ້າມຢູ່ເທິງແພລັດຟອມ

ຕໍ່ໄປນີ້ແມ່ນບັນຊີລາຍຊື່ທີ່ບໍ່ຄົບຖ້ວນຂອງປະເພດການປະພຶດທີ່ຜິດກົດໝາຍ ຫຼື ຖືກຫ້າມຢູ່ເທິງແພລັດຟອມ. ຟູດແພນດ້າ ສະຫງວນສິດທີ່ຈະສືບສວນ ແລະ ດໍາເນີນຄະດີຕາມກົດໝາຍທີ່ເໝາະສົມຕໍ່ບຸກຄົນໃດກໍ່ຕາມ, ໃນການຕັດສິນໃຈຂອງຟູດແພນດ້າ, ເຂົ້າຮ່ວມທຸກກິດຈະກໍາທີ່ຕ້ອງຫ້າມ. ກິດຈະກໍາທີ່ໄດ້ຖືກຫ້າມປະກອບມີ, ແຕ່ບໍ່ຈໍາກັດຕໍ່ໄປນີ້:

3.1.1 ການນຳໃຊ້ແພລັດຟອມ ເພື່ອຈຸດປະສົງໃດໜຶ່ງໂດຍເປັນການລະເມີດກົດໝາຍຂັ້ນທ້ອງຖິ່ນ, ລັດ, ຫຼື ກົດ ໝາຍທີ່ລັດຖະບານວາງອອກ, ລວມທັງຈຸດປະສົງທີ່ບໍ່ຖືກຕ້ອງ, ຫຼອກລວງ, ຄວາມເຂົ້າໃຈຜິດ, ຫຼື ການສໍ້ໂກງ, ລວມທັງແຕ່ບໍ່ຈໍາກັດການປະກາດ ຫຼື ການໂຄສະນາຜະລິດຕະພັນຂອງການຄ້າສັດປ່າ, ການລ່າສັດທີ່ຜິດກົດໝາຍ ແລະ ການລັກລອບລ່າສັດທີ່ໃກ້ຈະສູນພັນຕາມທີ່ໄດ້ກໍານົດໄວ້ໂດຍ ກະຊວງກະສິກຳ ແລະ ສິ່ງແວດລ້ອມ;

3.1.2 ການໂຄສະນາເນື້ອໃນໃດໆທີ່ລະເມີດສິດທິຊັບສິນທາງປັນຍາ, ສິດຄວາມເປັນສ່ວນຕົວ, ສິດການເຜີຍແຜ່ຂໍ້ມູນ, ສິດການຮັກສາຄວາມລັບທາງການຄ້າ, ຫຼື ສິດອື່ນໆຂອງຝ່າຍໃດຝ່າຍໜຶ່ງ;

3.1.3 ການໂຄສະນາເນື້ອໃນທີ່ຜິດກົດໝາຍ, ລາມົກ, ໝິ່ນປະໝາດ, ຂົ່ມຂູ່, ຄຸກຄາມ, ດູຖູກ, ໃສ່ຮ້າຍ, ຄຽດຊັງ ຫຼື ເຮັດໃຫ້ອັບອາຍຕໍ່ບຸກຄົນອື່ນ ຫຼື ນິຕິບຸກຄົນໃດໜຶ່ງ ທີ່ຟູດແພນດ້າກຳນົດໄວ້ໃນການຕັດສິນໃຈຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ ຫຼື ຕາມມາດຕະຖານຊຸມຊົນການປົກຄອງຂັ້ນທ້ອງຖິ່ນ;

3.1.4 ການໂຄສະນາເນື້ອໃນທີ່ກໍ່ໃຫ້ເກີດການຂົ່ມຂູ່ທາງໄຊເບີ, ຄືດັ່ງທີ່ຟູດແພນດ້າກຳນົດໄວ້ໃນການຕັດສິນໃຈຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ;

3.1.5 ການໂຄສະນາເນື້ອໃນທີ່ສະແດງເຖິງພຶດຕິກຳທີ່ເປັນອັນຕະລາຍ, ການຄຸກຄາມຊີວິດ ຫຼື ພຶດຕິກຳທີ່ເປັນຄວາມສ່ຽງອື່ນໆ;

3.1.6 ການໂຄສະນາໝາຍເລກໂທລະສັບ, ທີ່ຢູ່ຖະໜົນ, ຫຼື ນາມສະກຸນຂອງບຸກຄົນໃດໜຶ່ງ;

3.1.7 ການໂຄສະນາຜ່ານທາງ ຢູອາເອວລ໌ (URL) ໄປຫາເວັບໄຊ໌ອື່ນພາຍນອກ ຫຼື ຮູບແບບຂອງ ເອັດຈ໌ທີເອັມເອວລ໌ (HTML) ຫຼື ລະຫັດລັບຂອງການຂຽນໂປຣແກຼມ;

3.1.8 ການໂຄສະນາສິ່ງໃດໜຶ່ງທີ່ອາດຈະເປັນ “ຂີ້ເຫຍື້ອ,” ຄືດັ່ງທີ່ຟູດແພນດ້າກຳນົດໄວ້ໃນການຕັດສິນໃຈຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ;

3.1.9 ການແອບອ້າງເປັນບຸກຄົນອື່ນເມື່ອໂຄສະນາເນື້ອໃນ;

3.1.10 ການເກັບ ຫຼື ການລວບລວມຂໍ້ມູນກ່ຽວກັບບຸກຄົນອື່ນ, ລວມທັງທີ່ຢູ່ອີເມວລ໌, ໂດຍບໍ່ໄດ້ຮັບການຍິນຍອມຂອງເຂົາເຈົ້າ;

3.1.11 ການອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນອື່ນ ນໍາໃຊ້ຂໍ້ມູນລະບຸຕົວຕົນຂອງທ່ານເພື່ອໂຄສະນາ ຫຼື ສະແດງຄຳຄິດເຫັນ;

3.1.12 ການຄຸກຄາມ, ການຂົມຂູ່, ການຕິດຕາມ, ຫຼື ການຂົ່ມເຫັງບຸກຄົນໃດໜຶ່ງຢູ່ເທິງແພລັດຟອມ;

3.1.13 ການມີສ່ວນຮ່ວມໃນການປະພຶດອື່ນໆທີ່ຈໍາກັດ ຫຼື ຂັດຂວາງບຸກຄົນອື່ນຈາກການນໍາໃຊ້ ຫຼື ການເພີດເພີນກັບເວັບໄຊ໌, ຫຼື ຕາມທີ່ຟູດແພນດ້າກຳນົດໄວ້ໃນການຕັດສິນໃຈຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ, ເປີດເຜີຍ ຟູດແພນດ້າ ຫຼື ລູກຄ້າ, ຜູ້ສະໜອງ, ຫຼື ພາກສ່ວນອື່ນໆໃນຄວາມຮັບຜິດຊອບ ຫຼື ຄວາມເສັຍຫາຍປະເພດໃດໜຶ່ງ;ຫຼື

3.1.14 ສົ່ງເສີມໃຫ້ບຸກຄົນອື່ນມີສ່ວນຮ່ວມໃນກິດຈະກຳທີ່ຖືກຫ້າມຕາມທີ່ໄດ້ອະທິບາຍໄວ້ໃນທີ່ນີ້.

3.2 ຟູດແພນດ້າ ຂໍສະຫງວນສິດແຕ່ບໍ່ຈໍາເປັນຕ້ອງດຳເນີນການໃດໆ ຫຼື ທັງໝົດດັ່ງຕໍ່ໄປນີ້:

3.2.1 ການກວດສອບຂໍ້ກ່າວຫາວ່າເນື້ອຫາໃດໆທີ່ໄດ້ລົງໂຄສະນາຢູ່ເທິງແພລັດຟອມບໍ່ສອດຄ່ອງກັບຂໍ້ກຳນົດເຫຼົ່ານີ້ ແລະ ພິຈາລະນາຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວເພື່ອລຶບ ຫຼື ຮ້ອງຂໍໃຫ້ລຶບເນື້ອໃນ;

3.2.2 ລຶບເນື້ອໃນທີ່ເປັນການລະເມີດ, ຜິດກົດໝາຍ ຫຼື ລົບກວນ, ຫຼື ບໍ່ເປັນໄປຕາມຂໍ້ກຳນົດເຫຼົ່ານີ້;

3.2.3 ໂຈະ ຫຼື ຢຸດຕິ ການເຂົ້າເຖິງຂອງຜູ້ໃຊ້ຢູ່ເທິງແພລັດຟອມ ຫຼື ບັນຊີຟູດແພນດ້າຂອງທ່ານເມື່ຶອມີການລະເມີດຂໍ້ກຳນົດເຫຼົ່ານີ້;

3.2.4 ຕິດຕາມກວດກາ, ແກ້ໄຂ ຫຼື ເປີດເຜີຍເນື້ອໃນໃດໜຶ່ງຢູ່ເທິງແພລັດຟອມ; ແລະ

3.2.5 ແກ້ໄຂ ຫຼື ລຶບເນື້ອໃນທີ່ໄດ້ໂຄສະນາຢູ່ເທິງແພລັດຟອມ, ໂດຍບໍ່ຄຳນຶງວ່າເນື້ອໃນດັ່ງກ່າວລະເມີດມາດຕະຖານເຫຼົ່ານີ້ ຫຼື ບໍ່.

4 ຊັບສິນທາງປັນຍາ

ເຄື່ອງໝາຍການຄ້າ, ໂລໂກ້, ຮູບພາບ, ແລະ ເຄື່ອງໝາຍການບໍລິການທັງໝົດ, ລວມທັງຂໍ້ກຳນົດເຫຼົ່ານີ້ທີ່ໄດ້ສະແດງຢູ່ເທິງແພລັດຟອມ ຫຼື ໃນອຸປະກອນການຕະຫຼາດຂອງພວກເຮົາ, ບໍ່ວ່າຈະໄດ້ຈົດທະບຽນ ຫຼື ບໍ່ໄດ້ຈົດທະບຽນ, ລ້ວນແຕ່ແມ່ນຊັບສິນທາງປັນຍາຂອງ ຟູດແພນດ້າ ແລະ/ຫຼື ບຸກຄົນທີສາມ ທີ່ໄດ້ອະນຸຍາດໃຫ້ພວກເຮົານຳໃຊ້ (ເອີ້ນລວມກັນວ່າ “ເຄື່ອງໝາຍການຄ້າ”). ທ່ານບໍ່ສາມາດໃຊ້, ສຳເນົາ, ຜະລິດຄືນໃໝ່, ເຜີຍແຜ່ໃໝ່, ອັບໂຫຼດ, ໂຄສະນາ, ສົ່ງຕໍ່, ແຈກຢາຍ, ຫຼື ດັດແກ້ເຄື່ອງໝາຍການຄ້າເຫຼົ່ານີ້ທາງໃດກໍ່ຕາມໂດຍບໍ່ໄດ້ຮັບການຍິນຍອມເຫັນດີຢ່າງເປັນລາຍລັກອັກສອນຈາກພວກເຮົາກ່ອນ. ການນຳໃຊ້ເຄື່ອງໝາຍການຄ້າຂອງຟູດແພນດ້າຢູ່ເທິງເວັບໄຊ໌ອື່ນທີ່ບໍ່ໄດ້ຮັບການອະນຸມັດຈາກພວກເຮົາແມ່ນຖືກຫ້າມຢ່າງເດັດຂາດ. ຟູດແພນດ້າ ຈະບັງຄັບໃຊ້ສິດຊັບສິນທາງປັນຍາຂອງຕົນຢ່າງເຕັມສ່ວນໃນຂອບເຂດຂອງກົດໝາຍ, ລວມທັງການດໍາເນີນຄະດີທາງອາຍາ. ຟູດແພນດ້າ ບໍ່ຮັບປະກັນ ຫຼື ຮັບຮອງວ່າການນຳໃຊ້ເນື້ອໃນທີ່ສະແດງຢູ່ເທິງແພລັດຟອມຂອງທ່ານຈະບໍ່ເປັນການລະເມີດສິດຂອງບຸກຄົນທີສາມທີ່ບໍ່ໄດ້ເປັນເຈົ້າຂອງ ຫຼື ກ່ຽວຂ້ອງກັບຟູດແພນດ້າ. ນໍາໃຊ້ເນື້ອໃນໃດໜຶ່ງຢູ່ເທິງແພລັດຟອມແມ່ນຄວາມສ່ຽງຂອງຕົວທ່ານເອງ.

5 ຂໍ້ຈໍາກັດຂອງສິນຄ້າ

5.1 ສິນຄ້າບາງຢ່າງພວກເຮົານຳສະເໜີຢູ່ເທິງແພລັດຟອມຂອງພວກເຮົາຢູ່ພາຍໃຕ້ຂໍ້ຈໍາກັດໃນການຊື້ (“ສິນຄ້າທີ່ຖືກຈໍາກັດ”), ແມ່ນອີງຕາມກົດໝາຍທີ່ຖືກບັງຄັບໃຊ້ຂອງປະເທດນັ້ນທີ່ທ່ານຊື້ສິນຄ້າທີ່ຖືກຈໍາກັດ. ຂໍ້ຈໍາກັດເຫຼົ່ານີ້ລວມເຖິງການກຳນົດອາຍຸຕໍ່າສຸດສຳລັບຜະລິດຕະພັນປະເພດສິ່ງມືນເມົາ/ເຫຼົ້າ ແລະ ສິນຄ້າປະເພດອື່ນໆທີ່ພວກເຮົາສະຫງວນສິດທີ່ຈະບໍ່ສົ່ງໃຫ້ທ່ານໂດຍອີງຕາມຂໍ້ກຳນົດທາງດ້ານກົດໝາຍທີ່ກ່ຽວຂ້ອງໃນໄລຍະເວລາມີຜົນບັງຄັບໃຊ້. ໂດຍການວາງຄໍາສັ່ງສໍາລັບສິນຄ້າຈໍາກັດ, ທ່ານຢືນຢັນວ່າ ທ່ານຈະປະຕິບັດຕາມຂໍ້ກໍານົດທາງດ້ານກົດໝາຍທີ່ຈະຊື້ພວກມັນ.

5.2 ຜະລິດຕະພັນປະເພດສິ່ງມືນເມົາ/ເຫຼົ້າ (“ເຫຼົ້າ”)

ເພື່ອຊື້ເຄື່ອງດື່ມປະເພດເຫຼົ້າ, ທ່ານຕ້ອງມີອາຍຸຕາມກົດໝາຍກຳນົດ. ຟູດແພນດ້າ, ຜູ້ຂາຍ ແລະ ໄຣເດີ້ຈັດສົ່ງ, ແລ້ວແຕ່ກໍລະນີ ຈະຂໍສະຫງວນສິດຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວດັ່ງນີ້:

5.2.1 ຖາມຫາຫຼັກຖານທີ່ສາມາດລະບຸອາຍຸທີ່ຖືກຕ້ອງ (ເຊັ່ນ: ບັດປະຈໍາຕົວ) ໃຫ້ແກ່ບຸກຄົນໃດໜຶ່ງກ່ອນທ່ານຈະນຳສົ່ງສິນຄ້າປະເພດເຫຼົ້າ;

5.2.2 ປະຕິເສດການຂົນສົ່ງ ຖ້າຫາກທ່ານບໍ່ສາມາດພິສູດໄດ້ວ່າອາຍຸຂອງທ່ານບໍ່ເຖິງຕາມກົດໝາຍກຳນົດ; ແລະ/ຫຼື

5.2.3 ປະຕິເສດການຂົນສົ່ງໃຫ້ກັບບຸກຄົນໃດໜຶ່ງ ບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ.

5.3 ຢາສູບ/ຜະລິດຕະພັນຢາສູບ (“ຢາສູບ”)

ພວກເຮົາ ອາດຈະສະເໜີຢາສູບເພື່ອຂາຍຢູ່ເທິງແພລັດຟອມ ຂອງ ພວກເຮົາຕາມທີ່ກົດໝາຍອະນຸຍາດ. ໂດຍການສະເໜີການຂາຍຢາສູບຢູ່ເທິງແພລັດຟອມຂອງພວກເຮົາ, ພວກເຮົາບໍ່ມີເຈດຕະນາທີ່ຈະໂຄສະນາຢາສູບ ເພື່ອເປັນການສົ່ງເສີມ ຫຼື ສະໜັບສະໜູນການຊື້ ຫຼື ການນຳໃຊ້ຢາສູບໃນທາງໃດໜຶ່ງ.

ໃນການຊື້ຢາສູບ ທ່ານຕ້ອງມີອາຍຸຕາມກົດໝາຍກຳນົດ. ຟູດແພນດ້າ, ຜູ້ຂາຍ ແລະ ໄຣເດີ້ຂົນສົ່ງຂອງພວກເຂົາ, ແລ້ວແຕ່ກໍລະນີ ຂໍສະຫງວນສິດຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ:

5.3.1 ຮ້ອງຂໍຫຼັກຖານອາຍຸທີ່ຖືກຕ້ອງຕາມກົດໝາຍກຳນົດ (ເຊັ່ນ: ບັດປະຈໍາຕົວ) ໃຫ້ແກ່ບຸກຄົນໃດໜຶ່ງກ່ອນຈະນຳສົ່ງຢາສູບ;

  1. ປະຕິເສດການຂົນສ່ົງ ຖ້າຫາກທ່ານບໍ່ສາມາດພິສູດໄດ້ວ່າອາຍຸຂອງທ່ານບໍ່ເຖິງຕາມກົດໝາຍກຳນົດ; ແລະ/ຫຼື

5.3.3 ປະຕິເສດການຂົນສ່ົງໄປຫາບຸກຄົນໃດໜຶ່ງ ດ້ວຍເຫດຜົນໃດກໍ່ຕາມ.

5.4 ຂໍ້ສະເໜີສຳລັບເຄື່ອງດື່ມປະເພດເຫຼົ້າ ແລະ ຢາສູບທີ່ສ້າງຂື້ນຢູ່ເທິງແພລັດຟອມຈະເປັນໂມຄະກໍ່ຕໍ່ເມື່ອກົດໝາຍກຳນົດໃຫ້ເປັນສິນຄ້າເກືອດຫ້າມ.

6 ຄຳສັ່ງຊື້

6.1 ເມື່ອທ່ານກົດຄຳສັ່ງຊື້ ກັບຟູດແພນດ້າ, ຟູດແພນດ້າ ຈະຢືນຢັນການສັ່ງຊື້ຂອງທ່ານໂດຍຜ່ານທາງອີເມວລ໌ພ້ອມທັງບັນຈຸໃບຮຽກເກັບເງິນການສັ່ງຊື້ຈະລວມທັງຄ່າທຳນຽມການບໍລິການຈັດສົ່ງ ແລະ ຄ່າທຳນຽມພາສີອາກອນທີ່ນຳໃຊ້ (ຕົວຢ່າງ: ຄ່າອາກອນມູນຄ່າເພີ່ມ ແລະ ອື່ນໆ).

6.2 ມູນຄ່າການສັ່ງຊື້ຂັ້ນຕໍ່າ - ຄູ່ຄ້າຂອງພວກເຮົາກຳນົດມູນຄ່າການສັ່ງຊື້ຂັ້ນຕໍ່າ (“ມູນຄ່າການສັ່ງຊື້ຂັ້ນຕໍ່າ”) ກ່ອນຄຳສັ່ງຊື້ ຈະສາມາດກົດສັ່ງ ແລະ ນຳສົ່ງໄປຫາທ່ານໄດ້. ໃນກໍລະນີຄຳສັ່ງຊື້ ຫາກລົ້ມເຫຼວໂດຍບໍ່ເປັນໄປຕາມມູນຄ່າການສັ່ງຊື້ຂັ້ນຕໍ່າ, ທ່ານຈະມີທາງເລືອກໃນການຈ່າຍເງິນສ່ວນຕ່າງຈາກມູນຄ່າການສັ່ງຊື້ຂັ້ນຕໍ່າກຳນົດ ຫຼື ເພີ່່ມສິນຄ້າຫຼາຍປະເພດເພື່ອໃຫ້ທ່ານໄດ້ເລືອກຊື້.

6.3 ຄໍາແນະນໍາພິເສດ - ຟູດແພນດ້າ ແລະ ຜູ້ຂາຍ (ອີງຕາມແຕ່ລະກໍລະນີ) ພະຍາຍາມຢ່າງສົມເຫດສົມຜົນທີ່ຈະປະຕິບັດຕາມຄໍາແນະນໍາພິເສດຂອງທ່ານສໍາລັບການສັ່ງຊື້. ເຖິງຢ່າງໃດກໍ່ຕາມໃນບາງກໍລະນີທີ່ບໍ່ເປັນໄປໄດ້, ເປັນໄປໄດ້ ຫຼື ສົມເຫດສົມຜົນທາງການຄ້າ, ຟູດແພນດ້າ ແລະ/ຫຼື ຜູ້ຂາຍ ສະຫງວນສິດທີ່ຈະດໍາເນີນການກະກຽມຄໍາສັ່ງຊື້ຕາມຂັ້ນຕອນການປະຕິບັດມາດຕະຖານ. ຟູດແພນດ້າ ຫຼື ຜູ້ຂາຍ ຈະບໍ່ຮັບຜິດຊອບໃນການປ່ຽນ ຫຼື ຄືນເງິນສຳລັບຄໍາສັ່ງຊື້ ທີ່ບໍ່ປະຕິບັດຕາມຄໍາແນະນໍາພິເສດທີ່ທ່ານສະໜອງໃຫ້.

6.4 ສານກໍ່ໃຫ້ເກີດພູມແພ້ (Allergens) - ຟູດແພນດ້າ ບໍ່ມີພັນທະທີ່ຈະໃຫ້ຂໍ້ມູນສ່ວນປະກອບ ຫຼື ຂໍ້ມູນສານກໍ່ໃຫ້ເກີດພູມແພ້ຢູ່ເທິງແພລັດຟອມ. ນອກຈາກນັ້ນ, ຟູດແພນດ້າ ບໍ່ໄດ້ຮັບປະກັນວ່າສິນຄ້າທີ່ຂາຍໂດຍຜູ້ຂາຍ ແມ່ນບໍ່ມີສານທີ່ເຮັດໃຫ້ເກີດອາການແພ້. ຖ້າທ່ານເປັນພູມແພ້, ອາການແພ້ ຫຼື ຂໍ້ຈໍາກັດດ້ານອາຫານ ແລະ ຄວາມຕ້ອງການ, ກະລຸນາຕິດຕໍ່ຜູ້ຂາຍ ກ່ອນທີ່ຈະສັ່ງຊື້ຢູ່ເທິງແພລັດຟອມຂອງພວກເຮົາ.

6.5 ກະລຸນາຮັບຮູ້ວ່າ ຄໍາສັ່ງຊື້ ຂອງທ່ານ ອາດຈະຂຶ້ນກັບຂໍ້ກໍານົດ ແລະ ເງື່ອນໄຂເພີ່ມເຕີມທີ່ໄດ້ສະໜອງໃຫ້ໂດຍຜູ້ຂາຍ.

6.6 ກ່ອນການກົດຄຳສັ່ງຊື້.

6.6.1 ທ່ານຕ້ອງໄດ້ລະບຸທີ່ຢູ່ໃນການຈັດສົ່ງເພື່ອໃຫ້ແພລັດຟອມສະແດງໃຫ້ເຫັນຜູ້ຂາຍ ທີ່ມີຢູ່ໃນພື້ນທີ່ການຈັດສ່ົງຂອງທ່ານ.

6.6.2 ເມື່ອທ່ານເລືອກຜູ້ຂາຍ, ທ່ານຈະຖືກນຳໄປທີ່ໜ້າຕ່າງເມນູຂອງຜູ້ຂາຍນັ້ນເພື່ອໃຫ້ທ່ານເລືອກ ແລະ ເພີ່ມສິນຄ້າຂອງທ່ານລົງໃນກະຕ່າ.

6.7 ການກົດຄຳສັ່ງຊື້

ເພື່ອສໍາເລັດການສັ່ງຊື້, ກະລຸນາປະຕິບັດຕາມຄໍາແນະນໍາໃນໜ້າຈໍ ຫຼັງຈາກການຄຣິກປຸ່ມ 'ການກວດເບິ່ງການຊໍາລະເງິນ’. ທ່ານອາດຈະຕ້ອງການໃຫ້ລາຍລະອຽດເພີ່ມເຕີມສໍາລັບພວກເຮົາ ເພື່ອໃຫ້ຄໍາສັ່ງຊື້ຂອງທ່ານສໍາເລັດ. ທ່ານຕ້ອງກວດສອບ ແລະ ຢືນຢັນວ່າຂໍ້ມູນທັງໝົດທີ່ທ່ານສະໜອງໃຫ້, ລວມທັງຈຳນວນ, ລາຍລະອຽດການຈັດສົ່ງ, ລາຍລະອຽດສ່ວນຕົວ, ຂໍ້ມູນການຈ່າຍເງິນ, ແລະ ລະຫັດບັດແທນເງິນສົດ (ຖ້າມີ) ແມ່ນເປັນຄວາມຈິງ, ຖືກຕ້ອງ ແລະ ຄົບຖ້ວນສົມບູນກ່ອນທີ່ທ່ານຈະຄຣິກປຸ່ມ “ກົດຄຳສັ່ງຊື້”. ຄໍາສັ່ງຊື້ ຖືກບັນຈຸໃສ່ຢ່າງສໍາເລັດຜົນເມື່ອທ່ານໄດ້ຮັບການຢືນຢັນຜ່ານທາງອີເມວລ໌ທີ່ມີໃບຮັບອໍເດີຂອງທ່ານຈາກພວກເຮົາ.

6.8 ການຍົກເລີກຄຳສັ່ງຊື້

6.8.1 ກະລຸນາຕິດຕໍ່ພວກເຮົາທັນທີໂດຍຜ່ານ ຄຸນລັກສະນະການສົນທະນາສະໜັບສະໜູນລູກຄ້າຢູ່ໃນແອັບຂອງພວກເຮົາ ຖ້າຫາກວ່າ ທ່ານຕ້ອງການຍົກເລີກຄໍາສັ່ງຊື້ຂອງທ່ານ ຫຼັງຈາກທີ່ມັນໄດ້ຖືກກົດສັ່ງໄປແລ້ວ. ທ່ານມີສິດທີ່ຈະຍົກເລີກການສັ່ງຊື້ຂອງທ່ານ ເນື່ອງຈາກຜູ້ຂາຍ ຍັງບໍ່ທັນໄດ້ກົດຍອມຮັບຄໍາສັ່ງຊື້ຂອງທ່ານ.

6.9 ການຄືນເງິນ

(i) ການຊໍາລະຄຳສັ່ງຊື້ ອອນລາຍ

ທ່ານມີສິດທີ່ຈະໄດ້ຮັບເງິນຄືນສໍາລັບຄໍາສັ່ງຊື້ ທີ່ຖືກຍົກເລີກໄດ້ຖ້າຫາກວ່າຜູ້ຂາຍ ຍັງບໍ່ທັນໄດ້ກົດຍອມຮັບຄຳສັ່ງຊື້ຂອງທ່ານ. ທ່ານຍັງຕັດສິນໃຈທີ່ຈະຍົກເລີກຄໍາສັ່ງຊື້ຂອງທ່ານຫຼັງຈາກຜູ້ຂາຍ ໄດ້ກົດຮັບຄຳສັ່ງຊື້ແລ້ວ, ທ່ານເຂົ້າໃຈວ່າຈະບໍ່ມີການສົ່ງເງິນຄືນ (ບໍ່ວ່າຈະເປັນທັງໝົດ ຫຼື ບາງສ່ວນ) ທ່ານຈະເສຍສິດໃນການຈັດສົ່ງຄໍາສັ່ງຊື້ທີ່ຖືກຍົກເລີກຂອງທ່ານ.

(ii) ການສັ່ງຊື້ການເກັບເງິນສົດປາຍທາງໃນການຈັດສົ່ງ

ທ່ານມີສິດຍົກເລີກການສັ່ງຊື້ຂອງທ່ານ ຖ້າຫາກວ່າຜູ້ຂາຍ ຍັງບໍ່ທັນໄດ້ກົດຮັບຄໍາສັ່ງຊື້ ຂອງທ່ານ. ຖ້າຫາກທ່ານຍັງຕັດສິນໃຈທີ່ຈະຍົກເລີກຄໍາສັ່ງຊື້ຂອງທ່ານ ຫຼັງຈາກຜູ້ຂາຍ ໄດ້ກົດຮັບຄຳສ່ັງຊື້ແລ້ວ, ທ່ານເຂົ້າໃຈວ່າທ່ານຈະສູນເສັຍການຈັດສົ່ງຄຳສ່ັງຊື້ທີ່ຖືກຍົກເລີກຂອງທ່ານ ແລະ ການເກັບເງິນສົດປາຍທາງໃນການຈັດສົ່ງອາດຈະຖືກລຶບອອກຈາກບັນຊີລາຍຊື່ຂອງວິທີການຊໍາລະເງິນທີ່ມີຢູ່ສໍາລັບການສັ່ງຊື້ໃນອະນາຄົດຂອງທ່ານ.

ຖ້າທ່ານບໍ່ໄດ້ຮັບການສົ່ງເງິນຄືນ, ທ່ານອາດຈະຕ້ອງການກວດສອບບັນຊີທະນາຄານຂອງທ່ານອີກເທື່ອໜຶ່ງ ຫຼື ຕິດຕໍ່ກັບບໍລິສັດບັດເຄຣດິດ ຫຼື ທະນາຄານຂອງທ່ານ ເພາະວ່າມັນອາດຈະໃຊ້ເວລາບາງເທື່ອ ເພື່ອໃຫ້ການຄືນເງິນຂອງທ່ານຖືກປະກາດ. ຖ້າທ່ານໄດ້ເຮັດທັງໝົດນີ້ ແລະ ທ່ານຍັງບໍ່ໄດ້ຮັບການຄືນເງິນຂອງທ່ານ, ກະລຸນາຕິດຕໍ່ສູນຊ່ວຍເຫຼືອລູກຄ້າໂດຍຜ່ານໜຶ່ງໃນວິທີການທີ່ໄດ້ກໍານົດໄວ້ໃນຂໍ້ 1.3 ຂ້າງເທິງນີ້.

6.10 ຟູດແພນດ້າ ສະຫງວນສິດທີ່ຈະຍົກເລີກການສັ່ງຊື້ໃດໜຶ່ງ ແລະ/ຫຼື ໂຈະ, ຢຸດຕິ ຫຼື ປິດບັນຊີ ຟູດແພນດ້າ ຂອງທ່ານໃນການຕັດສິນໃຈແຕ່ພຽງຜູ້ດຽວ ຖ້າມັນສົງໄສຢ່າງສົມເຫດສົມຜົນ ຫຼື ກວດເຫັນວ່າ ພຶດຕິກຳການສໍ້ໂກງ ຫຼື ການເຄື່ອນໄຫວທີ່ກ່ຽວຂ້ອງກັບບັນຊີ ຟູດແພນດ້າ ແລະ/ຫຼື ກັບການສັ່ງຊື້ຂອງທ່ານ.

7 ລາຄາ ແລະ ການຊໍາລະເງິນ

7.1 ລາຄາທີ່ສະເໜີຢູ່ເທິງແພລັດຟອມຈະຕ້ອງສະແດງສະກຸນເງິນແຫ່ງຊາດຂອງປະເທດທີ່ກ່ຽວຂ້ອງ ຄືສະກຸນເງິນກີບລາວ ຫຼື ສະກຸນເງິນທີ່ນຳໃຊ້ໃນປະເທດ ແລະ ຂຶ້ນກັບພາສີທີ່ກ່ຽວຂ້ອງ. ທ່ານຍອມຮັບວ່າ ລາຄາ ແລະ ຂໍ້ສະເໜີຢູ່ເທິງແພລັດຟອມ ອາດຈະແຕກຕ່າງກັນຈາກລາຄາ ແລະ ທ່ານຍອມຮັບວ່າການຂໍ້ສະເໜີທີ່ໄດ້ສະເໜີໂດຍຜູ້ຂາຍ ຂອງພວກເຮົາ (ບໍ່ວ່າຈະຢູ່ໃນເວັບໄຊ໌ຂອງທ່ານເອງ, ຄໍາຮ້ອງສະໝັກຢູ່ໃນໂທລະສັບມືຖື, ຫຼື ຜູ້ຂາຍທີ່ເປີດຂາຍໜ້າຮ້ານ.

7.2 ວິທີທີ່ພວກເຮົາສະແດງລາຄາສິນຄ້າຂອງພວກເຮົາອາດຈະແຕກຕ່າງກັນໂດຍຂື້ນກັບຜູ້ຂາຍ, ແລະ ລາຄາທີ່ສະທ້ອນໃຫ້ເຫັນຢູ່ເທິງແພລັດຟອມຂອງພວກເຮົາອາດຈະ:

7.2.1 ລວມທັງອາກອນມູນຄ່າເພີ່ມຂອງສິນຄ້າ ແລະ ການບໍລິການ, ອາກອນມູນຄ່າເພີ່ມ, ຫຼື ອາກອນອື່ນໆທີ່ທຽບເທົ່າ; ຫຼື

7.2.2 ບໍ່ລວມອາກອນມູນຄ່າເພີ່ມຂອງສິນຄ້າ ແລະ ການບໍລິການ, ຫຼື ອາກອນອື່ນໆທີ່ທຽບເທົ່າ.

7.3 ຄ່າບໍລິການການຈັດສົ່ງ ແມ່ນໄດ້ຖືກຮຽກເກັບທຸກຄັ້ງເວລາທ່ານສັ່ງຊື້ ເວັ້ນເສັຍແຕ່:

7.3.1 ທ່ານເພີ່ມປະສິດທິພາບເລືອກທີ່ຈະເກັບກໍາຄຳສັ່ງຊື້ ຂອງທ່ານໂດຍກົງຈາກຜູ້ຂາຍ ("ໄປຮັບເອງ");

7.3.2 ທ່ານມີບັດໂປຣໂມຊັ້ນ (ບັດສົ່ງເສີມການຂາຍ) ຫຼື ບັດສ່ວນຫຼຸດທີ່ຖືກຕ້ອງ ແລະ ສາມາດນໍາໃຊ້ມັນໄດ້ເພື່ອຊໍາລະເງິນ; ຫຼື

7.3.3 ເວັ້ນເສັຍແຕ່ໄດ້ລະບຸໄວ້ເປັນຢ່າງອື່ນ.

7.4 ລາຄາ ແລະ ຄ່າບໍລິການເພີ່ມເຕີມ (ລວມທັງແຕ່ບໍ່ຈໍາກັດການຈັດສົ່ງ, ການສັ່ງຊື້ຄຳສັ່ງຊື້ຂະໜາດນ້ອຍ ຫຼື ຄ່າບໍລິການ) ທີ່ໄດ້ລະບຸໄວ້ຢູ່ເທິງແພລັດຟອມ ແມ່ນເວລາຂອງແຕ່ລະຄໍາສັ່ງຊື້ ແລະ ອາດຈະມີການປ່ຽນແປງ.

7.5 ຮູບແບບລາຍລະອຽດຂອງລາຄາ ແລະ ຄ່າບໍລິການເພີ່ມເຕີມ (ລວມທັງແຕ່ບໍ່ຈໍາກັດການຈັດສົ່ງ, ການສັ່ງຊື້ສິນຄ້າຈໍານວນໜ້ອຍ ຫຼື ຄ່າບໍລິການ) ຈະສະແດງກ່ອນການຊໍາລະເງິນ. ເມື່ອທ່ານກົດສັ່ງຄຳສັ່ງຊື້, ທ່ານຕົກລົງເຫັນດີວ່າຈໍານວນທັງໝົດ, ຄ່າບໍລິການເພີ່ມເຕີມ ແລະ ຈໍານວນສຸດທ້າຍ 'ຈໍານວນທັງໝົດ' ທີ່ສະແດງໃຫ້ທ່ານເຫັນ.

7.6 ທ່ານສາມາດ ເລືອກຊໍາລະເງິນ ສຳລັບ ຄຳສັ່ງຊື້ ໂດຍໃຊ້ວິທີການຊໍາລະເງິນທີ່ແຕກຕ່າງກັນ ທີ່ສະແດງ ຢູ່ເທິງແພລັດຟອມລວມທັງ:

7.6.1 ຄູ່ຮ່ວມງານການຈ່າຍເງິນຂອງພວກເຮົາ: ຜ່ານບັດວີຊ້າ (Visa), ບັດມາດສ໌ເຕີກາດ (Mastercard), ແລະ ບັດເຈຊີບີ (JCB);

7.6.2 ການເກັບເງິນສົດປາຍທາງໃນການຈັດສົ່ງ; ທາງເລືອກນີ້ ຈະໃຊ້ບໍ່ໄດ້ກັບບໍລິການ ແພນດ້າໂກ; ຫຼື

7.6.3 ເຊັນວ່າ: ວິທີການຊໍລະເງິນປະເພດອື່ນໆ ພວກເຮົາສະເໜີເປັນບາງຄັ້ງ.

7.7 ຖ້າທ່ານວ່າທ່ານມີເຄຣດິດທີ່ມີຢູ່ໃນບັນຊີຟູດແພນດ້າຂອງທ່ານ ຫຼື ບັດໂປຣໂມຊັ້ນ (ບັດສົ່ງເສີມການຂາຍ) ຫຼື ບັດສ່ວນຫຼຸດທີ່ຖືກຕ້ອງ, ທ່ານສາມາດນໍາໃຊ້ການຊໍາລະເງິນນີ້ສຳລັບການສັ່ງຊື້ບາງສ່ວນ ຫຼື ທັງໝົດອີງຕາມແຕ່ລະກໍລະນີ.

7.8 ຫຼັງຈາກຄຳສ່ັງຊື້ໄດ້ຖືກກົດສັ່ງສໍາເລັດ, ທ່ານຈະໄດ້ຮັບການຢືນຢັນຜ່ານທາງອີເມວລ໌ຈາກພວກເຮົາກ່ຽວກັບໃບຮຽກເກັບເງິນສຳລັບຄຳສັ່ງຊື້ຂອງທ່ານ. ຄ່າທຳນຽມການຈັດສົ່ງຈະບໍ່ປາກົດໃຫ້ທ່ານເຫັນຢູ່ໃນໃບຮຽກເກັບເງິນຂອງທ່ານຖ້າຫາກທ່ານເລືອກມາຮັບເຄື່ອງເອງ.

7.9 ວິທີການຊໍາລະເງິນ

ຟູດແພນດ້າ ສະຫງວນສິດທີ່ຈະສະເໜີວິທີການຊຳລະເງິນເພີ່ມເຕີມ ແລະ/ຫຼື ເອົາວິທີການຊຳລະເງິນທີ່ມີຢູ່ອອກໄດ້ທຸກເວລາຕາມການຕັດສິນໃຈຂອງຕົນແຕ່ພຽງຝ່າຍດຽວ. ຖ້າຫາກວ່າທ່ານເລືອກທີ່ຈະຊໍາລະໂດຍໃຊ້ວິທີການຊໍາລະອອນລາຍ, ການຈ່າຍເງິນຈະຖືກດໍາເນີນການໂດຍຜູ້ໃຫ້ບໍລິການຊໍາລະເງິນຂອງພວກເຈົາ (ບຸກຄົນທີສາມ). ໂດຍໄດ້ຮັບການຍິນຍອມເຫັນດີຂອງທ່ານ, ຂໍ້ມູນບັດເຄຣດິດ/ການຈ່າຍເງິນຂອງທ່ານ ຈະຖືກເກັບຮັກສາໄວ້ກັບຜູ້ໃຫ້ບໍລິການການຊໍາລະເງິນ (ບຸກຄົນທີສາມ) ຂອງພວກເຮົາສໍາລັບການສັ່ງຊື້ສິນຄ້າໃນອານາຄົດ. ຟູດແພນດ້າ ບໍ່ໄດ້ເກັບຮັກສາບັດເຄຣດິດ ຫຼື ຂໍ້ມູນການຊໍາລະເງິນຂອງທ່ານ. ໃນກໍລະນີທ່ານນຳໃຊ້ແພລັດຟອມໃນກໍລະນີແພລັດ ຟອມຢູ່ໃນປະເທດກຳປູເຈຍ, ມຽນມາ ແລະ ລາວ, ຟູດແພນດ້າ ໃຫ້ບໍລິການ ຂອງ ບໍລິສັດ ເດລິເວີຣີ ຮີໂຣ ມາເລເຊຍ ເອັດສ໌ດີເອັນ ບີເອັດຈ໌ດີ (Delivery Hero Malaysia Sdn Bhd) ເພື່ອຈັດການຂັ້ນຕອນການຊໍາລະເງິນ ແລະ ການດໍາເນີນການທຸລະກໍາການຊໍາລະເງິນສໍາລັບຄຳສ່ັງຊື້ຂອງທ່ານຢູ່ເທິງແພລັດຟອມ ແລະ ສໍາລັບບັນຫາການຊ່ວຍເຫຼືອລູກຄ້າທີ່ກ່ຽວຂ້ອງກັບການຊໍາລະເງິນເຫຼົ່ານີ້ ເຊັ່ນ: ການແກ້ໄຂຂໍ້ຂັດແຍ່ງ. ການຄຸ້ມຄອງ, ການຄືນເງິນເວລາຍົກເລີກ ແລະ ການສົ່ງຄືນສິນຄ້າ, ແລະ ຖ້າເປັນໄປໄດ້, ກົດໝາຍປົກປ້ອງຜູ້ບໍລິໂພກຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ.

7.10 ທ່ານຕ້ອງຮັບປະກັນວ່າທ່ານມີເງິນຢູ່ໃນບັນຊີພຽງພໍໃນການນຳໃຊ້ບັດເຄຣດິດ ແລະ ບັດເດບິດຂອງທ່ານ ເພື່ອປະຕິບັດຂັ້ນຕອນການຊໍາລະຂອງຄຳສັ່ງຊື້. ຕາມຄວາມຕ້ອງການ, ຟູດແພນດ້າ ຮັບຜິດຊອບຕໍ່ການຊໍາລະເງິນທີ່ສ້າງຂື້ນຢູ່ເທິງແພລັດຟອມຂອງພວກເຮົາລວມທັງການຄືນເງິນ, ການປະຕິເສດ, ການຍົກເລີກ ແລະ ການແກ້ໄຂຂໍ້ຂັດແຍ່ງ, ໄດ້ສະໜອງໃຫ້ຖ້າເໝາະສົມ ແລະ ສົມເຫດສົມຜົນ ແລະ ສອດຄ່ອງກັບຂໍ້ກຳນົດເຫຼົ່ານີ້.

8 ການຈັດສົ່ງ, ການມາຮັບເອງ ແລະ ການຈັດສົ່ງໂດຍຜູ້ຂາຍ

8.1 ຂອບເຂດການຈັດສົ່ງ

ທ່ານເຂົ້າໃຈວ່າຜູ້ຂາຍ ຂອງພວກເຮົາສະເໜີສິນຄ້າຂອງພວກເຂົາຢູ່ໃນຂອບເຂດພື້ນທີ່ການຈັດສົ່ງສະເພາະ ແລະ ຜູ້ຂາຍ ຂອງພວກເຮົາແຕກຕ່າງກັນຈາກພື້ນທີ່ການຈັດສົ່ງໜຶ່ງໄປຫາພື້ນທີ່ການຈັດສົ່ງອື່ນ. ໂດຍການພິີມທີ່ຢູ່ການຈັດສົ່ງຂອງທ່ານຢູ່ເທິງແພລັດຟອມ, ທ່ານຈະເຫັນຜູ້ຂາຍ ທີ່ພວກເຮົາມີຢູ່ໃຫ້ທ່ານໄດ້ເລືອກຊື້ໃນເວລານັ້ນ. ພື້ນທີ່ການຈັດສົ່ງອາດຈະຂະຫຍາຍ, ຫຍໍ້ລົງ ຫຼື ມີການປ່ຽນແປງແມ່ນຂຶ້ນກັບສະພາບອາກາດ ແລະ ສະພາບການຈະລາຈອນ ແລະ ສະຖານະການຂອງເຫດສຸດວິໄສ.

8.2 ເວລາຈັດສົ່ງ

ຟູດແພນດ້າ ຈະສົ່ງຄໍາສັ່ງຊື້ ຂອງທ່ານໄປຫາທີ່ຢູ່ການຈັດສົ່ງທີ່ທ່ານໄດ້ສະໜອງໃຫ້. ທ່ານອາດຈະເລືອກເອົາຄໍາສັ່ງຊື້ ຂອງທ່ານທີ່ຈະໄດ້ຮັບ "ໃນໄວໆນີ້ " ຫຼື ກໍານົດເວລາສະເພາະໃດໜຶ່ງ. ໄລຍະເວລາການຈັດສົ່ງໂດຍສະເລ່ຍ ຈະຖືກສະໜອງໃຫ້ທ່ານໃນການຢືນຢັນຜ່ານທາງອີເມວລ໌ຂອງທ່ານ ແຕ່ລະຄັ້ງໃນເວລາການຈັດສົ່ງຈະແຕກຕ່າງກັນໄປໂດຍອີງຕາມປັດໃຈທີ່ບໍ່ໄດ້ຢູ່ໃນການຄວບຄຸມຂອງພວກເຮົາ (ເຊັ່ນ: ຈໍານວນການສັ່ງຊື້, ໄລຍະທາງ, ເວລາຕໍ່ມື້ (ໄລຍະເວລາສູງສຸດ), ເງື່ອນໄຂສະພາບອາກາດ, ເງື່ອນໄຂການຈະລາຈອນ, ແລະ ອື່ນໆ). ທ່ານສາມາດກວດເບິ່ງເວລາການຈັດສົ່ງທີ່ຍັງເຫຼືອຂອງຄໍາສັ່ງຊື້ ເມື່ອທ່ານຄຣິກໃສ່ປຸ່ມ 'ຄຳສັ່ງຊື້ຂອງຂ້ອຍ' ຢູ່ເທິງແພລັດຟອມ. ທ່ານຮັບຮູ້ວ່າ ເວລາການຈັດສົ່ງທີ່ພວກເຮົາໄດ້ສະໜອງໃຫ້ແມ່ນພຽງແຕ່ເປັນການຄາດຄະເນ ແລະ ຄໍາສັ່ງຊື້ ອາດຈະມາຮອດກ່ອນ ຫຼື ຫຼັງ. ເພື່ອຮັບປະກັນວ່າຄຳສັ່ງຊື້ ຂອງທ່ານບໍ່ເສັຍຫາຍໃນເວລາຈັດສົ່ງ, ທ່ານຄວນຮັບປະກັນວ່າທ່ານ ຫຼື ຜູ້ໃດຜູ້ໜຶ່ງຢູ່ໃນສະຖານທີ່ການຈັດສົ່ງເພື່ອຮັບຄໍາສັ່ງຊື້ ເມື່ອກົດສັ່ງ. ຖ້າຫາກວ່າຄຳສັ່ງຊື້ຂອງທ່ານ ແມ່ນເຫຼົ້າ ຫຼື ຢາສູບ (ຖ້າມີ) ແລະ ທ່ານ ຫຼື ຜູ້ຮັບແມ່ນ ຫຼື ເບິ່ງຄືວ່າມີອາຍຸຕໍ່າກວ່າກົດໝາຍກຳນົດ, ຫຼື ບໍ່ສະໜອງຫຼັກຖານເພື່ອລະບຸຕົວຕົນບັດປະຈໍາຕົວທີ່ຖືກຕ້ອງຕາມກົດໝາຍກຳນົດ, ຟູດແພນດ້າ ສະຫງວນສິດທີ່ຈະບໍ່ສົ່ງຄໍາສັ່ງຊື້ຂອງທ່ານໃຫ້ທ່ານ.

8.3 ທາງເລືອກໃນການຈັດສົ່ງ

ຟູດແພນດ້າ ມີທາງເລືອກໃນການຈັດສົ່ງດັ່ງຕໍ່ໄປນີ້:

(i) ການຈັດສົ່ງແບບມາດຕະຖານ

ຖ້າຫາກວ່າທ່ານເລືອກການຈັດສົ່ງແບບມາດຕະຖານ, ທ່ານສາມາດເຫັນເວລາການຈັດສົ່ງໂດຍສະເລ່ຍສໍາລັບຄຳສັ່ງຊື້ຂອງທ່ານ. ເຖິງຢ່າງກໍ່ຕາມ, ພວກເຮົາຈະພະຍາຍາມຈັດສົ່ງສິນຄ້າຂອງທ່ານໃຫ້ໄວເທົ່າທີ່ຈະໄວໄດ້, ແລະ ດ້ວຍເຫດນັ້ນ ທ່ານຈະຕ້ອງກຽມພ້ອມທີ່ຈະຮັບເອົາການຈັດສົ່ງນັບຈາກເວລາທີ່ທ່ານໄດ້ກົດສັ່ງ.

(ii) ການຈັດສົ່ງແບບປະຢັດ

ໂຄງການ ການຈັດສົ່ງແບບປະຢັດ (“ການຈັດສົ່ງແບບປະຢັດ”) ສະເໜີໃຫ້ທ່ານໄດ້ຮັບຄ່າຈັດສົ່ງທີ່ຕໍ່າກວ່າ, ເພື່ອແລກປ່ຽນກັບເວລາການຈັດສົ່ງທີ່ດົນກວ່າ, ໂດຍການໃຫ້ໄຣເດີ້ຂອງພວກເຮົາສາມາດຮັບຄຳສັ່ງຊື້ສອງ ຫຼື ຫຼາຍກວ່ານັ້ນຈາກຜູ້ຂາຍທີ່ແຕກຕ່າງກັນໃນເວລາຈັດສ່ົງຄັ້ງດຽວກັນ. ນີ້ໝາຍຄວາມວ່າ ຄຳສັ່ງຊື້ຂອງທ່ານຈະຖືກລວມເຂົ້າກັນກັບຜູ້ຊື້ທ່ານອື່ນທີ່ໄດ້ສັ່ງຊື້ໃນເສັ້ນທາງການຈັດສົ່ງຂອງໄຣເດີ້ຂອງພວກເຮົາ.

ເພື່ອຮັກສາອາຫານຂອງທ່ານໃຫ້ສົດໃໝ່ ແລະ ເພື່ອຮັບປະກັນຄວາມປອດໄພຂອງອາຫານ, ຜູ້ຂາຍທີ່ຂາຍຜະລິດຕະພັນທີ່ເສື່ອມໂຊມໄດ້ສູງຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນໂຄງການການຈັດສົ່ງແບບປະຢັດ. ເພື່ອຫຼີກເວັ້ນຂໍ້ສົ່ງໄສ, ຟູດແພນດ້າ ຈະບໍ່ຮັບຜິດຊອບຕໍ່ການຮຽກຮ້ອງ, ການສູນເສັຍ ຫຼື ຄວາມເສັຍຫາຍໃດໜຶ່ງກໍ່ຕາມທີ່ເກີດຂຶ້ນໂດຍລູກຄ້າທີ່ເລືອກໃຊ້ ການຈັດສົ່ງແບບປະຢັດ.

(iii) ການຈັດສົ່ງແບບບຸລິມະສິດ

ໂຄງການ ການຈັດສົ່ງແບບບຸລິມະສິດ (“ການຈັດສົ່ງແບບບຸລິມະສິດ”) ຈັດລຳດັບຄວາມສຳຄັນຂອງຄຳສັ່ງຊື້ຂອງທ່ານ ແລະ ຄຳສ່ັງຊື້ຂອງທ່ານຈະຖືກຈັດສົ່ງໃນເວລາທີ່ສັ້ນກວ່າປົກກະຕິ. ໃນກໍລະນີທີ່ໄຣເດີ້ຂອງພວກເຮົາໄດ້ຮັບຄໍາສັ່ງຊື້ສອງ ຫຼື ຫຼາຍກວ່ານັ້ນ ຈາກຮ້ານດ້ວຍເສັ້ນທາງການຈັດສ່ົງດຽວກັນ, ຄໍາສັ່ງຊື້ຂອງທ່ານ ຈະຖືກຈັດລໍາດັບຕາມຄວາມສໍາຄັນ ແລະ ການຈັດສົ່ງກ່ອນ, ກ່ອນທີ່ຈະມີຄໍາສັ່ງອື່ນໆພາຍໃນເສັ້ນທາງການຈັດສົ່ງດຽວກັນ.

ໂຄງການຈັດສົ່ງບຸລິມະສິດ (“ການຈັດສົ່ງບຸລິມະສິດ”) ຈັດລຽງລຳດັບຄວາມສຳຄັນຂອງຄຳສັ່ງຊື້ຂອງເຈົ້າ ແລະ ຄຳສັ່ງຊື້ຂອງເຈົ້າຈະຖືກຈັດສົ່ງໃນເວລາຈັດສົ່ງທີ່ສັ້ນກວ່າ. ໃນກໍລະນີທີ່ຜູ້ຂັບຂີ່ຂອງພວກເຮົາໄດ້ຮັບຄໍາສັ່ງສອງຫຼືຫຼາຍກວ່ານັ້ນໃນທົ່ວຜູ້ຂາຍໃນຫນຶ່ງການເດີນທາງ, ຄໍາສັ່ງຊື້ຂອງທ່ານຈະຖືກຈັດລໍາດັບຄວາມສໍາຄັນແລະຈັດສົ່ງກ່ອນ, ກ່ອນທີ່ຈະມີຄໍາສັ່ງອື່ນໆພາຍໃນຫນຶ່ງການເດີນທາງ.

ກ່ຽວກັບການຈັດສົ່ງແບບປະຢັດ ແລະ ການຈັດສົ່ງແບບບຸລິມະສິດ, ຖ້າຫາກວ່າ ການສັ່ງຊື້ຂອງທ່ານຫາກມາຮອດລ່າຊ້າກວ່າເວລາທີ່ໄດ້ຄາດຄະເນໄວ້, ຟູດແພນດ້າ ອາດຈະ, ເປັນການຕັດສິນໃຈຂອງຕົນແຕ່ພຽງຝ່າຍດຽວ, ການຊົດເຊີຍໃຫ້ແກ່ທ່ານ ດ້ວຍບັດແທນເງິນສົດ.

8.4 ການຈັດສົ່ງບໍ່ສຳເລັດ ຫຼື ລົ້ມເຫຼວ

8.4.1 ໃນກໍລະນີທີ່ພວກເຮົາພະຍາຍາມຈັດສົ່ງຄໍາສັ່ງຊື້ ແຕ່ພວກເຮົາບໍ່ສາມາດເຮັດໄດ້ເນື່ອງຈາກເຫດຜົນທີ່ເກີດຈາກທ່ານ, ລວມທັງແຕ່ບໍ່ຈໍາກັດ:

(i) ບໍ່ມີຜູ້ໃດ ໄດ້ຖືກສະເໜີ ຫຼື ພ້ອມຮັບຄຳສັ່ງຊື້;

(ii) ລູກຄ້າບໍ່ສາມາດຕິດຕໍ່ໄດ້ ເຖິງແມ່ນວ່າຈະພະຍາຍາມຕິດຕໍ່ຫາລູກຄ້າຜ່ານເບີໂທລະສັບມືຖືທີ່ທ່ານສະໜອງໃຫ້;

(iii) ຂາດການເຂົ້າເຖິງທີ່ເໝາະສົມ ຫຼື ພຽງພໍເພື່ອນຳສົ່ງຄໍາສັ່ງຊື້ ໃຫ້ສໍາເລັດ;

(iv) ຂາດສະຖານທີ່ ທີ່ເຫມາະສົມ ຫຼື ປອດໄພທີ່ຈະອອກຈາກຄໍາສັ່ງຊື້; ຫຼື

(v) ໃນກໍລະນີຂອງສິນຄ້າຖືກຈໍາກັດ, ລູກຄ້າອາຍຸບໍ່ເຖິງເກນກົດໝາຍກຳນົດ ຫຼື ການຈັດສົ່ງບໍ່ມີຄວາມປອດໄພ ຫຼື ເໝາະສົມສໍາລັບລູກຄ້າໃນການຮັບສິນຄ້າຖືກຈໍາກັດ.

ພວກເຮົາຈະຕິດຕໍ່ທ່ານຜ່ານທາງ, ໂທຫາ ຫຼື ຂໍ້ຄວາມ, ຫຼື ອີເມວລ໌, ເພື່ອແຈ້ງການຂົນສົ່ງທີ່ບໍ່ສໍາເລັດ ແລະ ຂັ້ນຕອນຕໍ່ໄປ. ໃນກໍລະນີດັ່ງກ່າວ, ຟູດແພນດ້າ ສະຫງວນສິດທີ່ຈະຍົກເລີກຄຳສັ່ງຊື້ໂດຍບໍ່ມີການຄືນເງິນ ຫຼື ການແກ້ໄຂບັນດາໃດໆໃຫ້ແກ່ທ່ານ.

8.4.2 ການຍົກເລີກທີ່ບໍ່ໄດ້ຖືກສະແດງ

ຖ້າຫາກທ່ານຍັງຄົງບໍ່ສາມາດຕິດຕໍ່ໄດ້ ຫຼື ບໍ່ໄດ້ຮັບຄໍາສັ່ງຊື້ພາຍໃນເຈັດ (7) ນາທີ ນັບຈາກເວລາສັ່ງຊື້ ມາຮອດທີ່ຢູ່ການຈັດສົ່ງຂອງທ່ານ, ຟູດແພນດ້າ ສະຫງວນສິດທີ່ຈະຍົກເລີກຄຳສັ່ງຊື້ໂດຍບໍ່ສົ່ງເງິນຄືນ ຫຼື ການແກ້ໄຂບັນຫາໃດໆໃຫ້ແກ່ທ່ານ.

8.5 ສັ່ງຜິດ, ສິນຄ້າຂາດ, ສິນຄ້າມີຕຳນິ

ເມື່ອໄດ້ຮັບຄໍາສັ່ງຂອງທ່ານ, ຖ້າຫາກທ່ານພົບເຫັນວ່າມີບັນຫາກ່ຽວກັບຄໍາສັ່ງຊື້ຂອງທ່ານ (ເຊັ່ນ: ຄຳສັ່ງຊື້ຜິດ, ຄຳສັ່ງຊື້ມີຂໍ້ບົກພ່ອງ, ຫຼື ລາຍການສິນຄ້າຂາດຫາຍໄປ) ກະລຸນາຕິດຕໍ່ສູນຊ່ວຍເຫຼືອລູກຄ້າຜ່ານວິທີການໃດໜຶ່ງທີ່ໄດ້ລະບຸໄວ້ໃນຂໍ້ 1.3 ຂ້າງເທິງທັນທີ. ໃນບາງກໍລະນີ, ຟູດແພນດ້າ ອາດຈະຮ້ອງຂໍໃຫ້ທ່ານສະແດງຫຼັກຖານດ້ວຍຮູບຖ່າຍ ແລະ/ຫຼື ຂໍ້ມູນເພີ່ມເຕີມເພື່ອສືບສວນບັນຫາກ່ຽວກັບຄໍາສັ່ງຊື້ ຂອງທ່ານຢ່າງຖືກຕ້ອງ. ຖ້າພວກເຮົາກໍານົດວ່າຄໍາສັ່ງຊື້ ແລະ/ຫຼື ສິນຄ້າທີ່ທ່ານໄດ້ຮັບບໍ່ພຶງພໍໃຈ ຫຼື ບໍ່ມີຄຸນະພາບ, ພວກເຮົາຈະຊົດເຊີຍໃຫ້ທ່ານສໍາລັບຄຳສັ່ງຊື້ ຫຼື ບາງສ່ວນຂອງຄໍາສັ່ງຊື້ຂອງທ່ານ.

8.6 ມາຮັບເອງ

8.6.1 ບ່ອນທີ່ມີຢູ່, ທ່ານຈະມີທາງເລືອກໃນການເກັບກຳຄໍາສັ່ງຊື້ຂອງທ່ານ ໂດຍກົງຈາກສະຖານທີ່ຂອງຜູ້ຂາຍ/ຮ້ານ ("ໄປຮັບເອງ") ແທນທີ່ຈະສົ່ງຄໍາສັ່ງຊື້ໃຫ້ທ່ານ. ການຢືນຢັນອີເມວລ໌ຂອງທ່ານຈະລະບຸເວລາທີ່ທ່ານໄປຮັບຄຳສັ່ງຊື້ເອງ (“ເວລາຮັບສິນຄ້າ”). ຜູ້ຂາຍ ຈະກະກຽມຄໍາສັ່ງຊື້ພາຍໃນກຳນົດເວລາ. ໃນບາງກໍລະນີ, ເກີດຄວາມລ່າຊ້າທີ່ສົມເຫດສົມຜົນ ຜູ້ຂາຍ ຕົກລົງທີ່ຈະປິດຄຳສັ່ງຊື້ຊົ່ວຄາວ ສໍາລັບທ່ານຢູ່ສະຖານທີ່ຂອງຜູ້ຂາຍ ເປັນໄລຍະເວລາບໍ່ເກີນຊາວ (20) ນາທີ ນັບຈາກເວລາຮັບສິນຄ້າ ("ເວລາປິດຄຳສັ່ງຊື້ຊົ່ວຄາວ")  ແລະ ຈະບໍ່ມີພັນທະໃດໆທີ່ຈະສະ ໜອງຄໍາສັ່ງຊື້ໃຫ້ແກ່ທ່ານ ຖ້າຫາກຄຳສັ່ງຊື້ຂອງທ່ານລົ້ມເຫຼວ. ເພື່ອຮັບຄໍາສັ່ງຊື້ຂອງທ່ານພາຍໃນເວລາປິດຄຳສັ່ງຊື້ຊົ່ວຄາວ.

8.6.2 ໃນກໍລະນີທີ່ມີຄວາມລ່າຊ້າທີ່ບໍ່ສົມເຫດສົມຜົນໃນການມາຮັບເອງທີ່ມາຈາກທ່ານ, ທ່ານຮັບຜິດຊອບຄວາມສ່ຽງຕໍ່ຄວາມເສັຍຫາຍ ຫຼື ການສູນເສັຍຂອງສິນຄ້າ ຫຼື ການເຊື່ອມຄຸນະພາບ ຫຼື ການປ່ຽນແປງສະພາບຂອງສິນຄ້າ (ເຊັ່ນ: ການປ່ຽນແປງຂອງອຸນຫະພູມທີ່ເໝາະສົມສໍາລັບການບໍລິໂພກ). ໃນກໍລະນີນີ້, ທ່ານຈະບໍ່ມີສິດໄດ້ຮັບການທົດແທນ, ການສົ່ງເງິນຄືນ ຫຼື ການທົດແທນສິນຄ້າ. ທ່ານພຽງຜູ້ດຽວມີຄວາມຮັບຜິດຊອບໃນການກວດກາສິນຄ້າ/ຄໍາສັ່ງຊື້ ໃນເວລາທີ່ທ່ານຮັບຄໍາສັ່ງຊື້ຂອງທ່ານ ແລະ ຈະລາຍງານບັນຫາໃດໜຶ່ງ ແລະ/ຫຼື ຂໍ້ບົກຜ່ອງໃຫ້ຜູ້ຂາຍ ກ່ອນທີ່ຈະອອກຈາກສະຖານທີ່ຂອງຜູ້ຂາຍ.

8.7 ການຈັດສົ່ງຂອງຜູ້ຂາຍ

ໃນບາງກໍລະນີ, ຜູ້ຂາຍຂອງພວກເຮົາ ຈະຂົນສົ່ງຄໍາສັ່ງຊື້ໃຫ້ທ່ານ ("ການຈັດສົ່ງຂອງຜູ້ຂາຍ"). ໃນຂະນະທີ່ພວກເຮົາຈະໃຊ້ຄວາມພະຍາຍາມຢ່າງສົມເຫດສົມຜົນເພື່ອແຈ້ງໃຫ້ທ່ານຮູ້ລ່ວງໜ້າກ່ຽວກັບການຈັດສົ່ງຂອງຜູ້ຂາຍ, ນີ້ອາດຈະບໍ່ເປັນໄປໄດ້ສະເໝີໄປ. ບ່ອນທີ່ການຈັດສົ່ງຂອງຜູ້ຂາຍນໍາໃຊ້, ພວກເຮົາອາດຈະຖາມທ່ານເພື່ອຈະຕິດຕໍ່ຜູ້ຂາຍ ໂດຍກົງໃນກໍລະນີທີ່ມີບັນຫາ ຫຼື ມີຄວາມລ່າຊ້າໃນການຈັດສົ່ງຂອງທ່ານ. ຟູດແພນດ້າ ຈະບໍ່ຮັບຜິດຊອບໃນທາງໃດກໍ່ຕາມສໍາລັບຄໍາສັ່ງຊື້ ຫຼື ສິນຄ້າທີ່ໄດ້ຖືກຈັດສົ່ງໂດຍຜູ້ຂາຍ.

9 ບັດແທນເງິນສົດ, ບັດສ່ວນຫຼຸດ ແລະ ໂປຣໂມຊັ້ນຕ່າງໆ

9.1 ໃນບາງຄັ້ງຄາວ, ຟູດແພນດ້າ ອາດຈະດໍາເນີນການໂຄສະນາດ້ານການຕະຫຼາດ ແລະ ການໂຄສະນາທີ່ເປັນການສົ່ງເສີມແຄມເປັນການນຳໃຊ້ລະຫັດບັດແທນເງິນສົດ, ບັດສ່ວນຫຼຸດ, ແລະ ການສະເໜີໂປຣໂມຊັ້ນ (ສົ່ງເສີມການຂາຍ) ອື່ນໆທີ່ຈະນໍາໃຊ້ຢູ່ເທິງແພລັດຟອມ ("ບັດແທນເງິນສົດ"). ບັດແທນເງິນສົດ ແມ່ນຂຶ້ນກັບໄລຍະເວລາທີ່ກຳນົດ, ໄລຍະເວລາການແລກຊື້, ຂໍ້ຈໍາກັດການນໍາໃຊ້, ຂໍ້ຈໍາກັດ ແລະ/ຫຼື ຄວາມພ້ອມໃນການໃຊ້ງານອື່ນໆ.

9.2 ບັດແທນເງິນສົດ ອາດຈະບໍ່ຖືກຕ້ອງເມື່ອໄດ້ໃຊ້ຮ່ວມກັບໂປຣໂມຊັ່ນອື່ນໆ, ບັດສ່ວນຫຼຸດ ຫຼື ບັດອື່ນໆ. ຂໍ້ກໍານົດ ແລະ ເງື່ອນໄຂເພີ່ມເຕີມ (ລວມທັງຂໍ້ກໍານົດສະເພາະຂອງຜູ້ຂາຍ) ອາດຈະນໍາໃຊ້ໄດ້ກັບບັດແທນເງິນສົດ.

9.3 ເວັ້ນເສັຍແຕ່ໄດ້ລະບຸໄວ້ເປັນຢ່າງອື່ນ, ບັດແທນເງິນສົດ ສາມາດນຳໃຊ້ໄດ້ພຽງແຕ່ຢູ່ໃນແພລັດຟອມຂອງພວກເຮົາເທົ່ານັ້ນ.

9.4 ບັດແທນເງິນສົດ ແມ່ນບໍ່ສາມາດໂອນ, ບໍ່ສາມາດແລກປ່ຽນ, ບໍ່ສາມາດຄືນເງິນໄດ້ ແລະ ບໍ່ສາມາດແລກປ່ຽນເປັນເງິນສົດໄດ້.

9.5 ຟູດແພນດ້າ ອາດຈະຖອນ, ປັບປຸງ ແລະ/ຫຼື ປ່ຽນແປງເງື່ອນໄຂ ແລະ ຂໍ້ກຳນົດຂອງ ບັດແທນເງິນສົດ ໄດ້ທຸກເວລາໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ. ຟູດແພນດ້າ ຍັງສະຫງວນສິດທີ່ຈະໂມຄະ, ບໍ່ສືບຕໍ່ ຫຼື ປະຕິເສດການໃຊ້ບັດແທນເງິນສົດໃດໆກໍ່ຕາມໂດຍບໍ່ຕ້ອງແຈ້ງລ່ວງໜ້າ.

9.6 ຟູດແພນດ້າ ອາດຈະນຳໃຊ້ດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ, ຍົກເວັ້ນ, ຕັດສິດ ຫຼື ປະຕິເສດທ່ານ ຫຼື ຜູ້ຂາຍ ສະເພາະຈາກການໃຊ້ບັດແທນເງິນສົດໄດ້ທຸກເວລາໂດຍບໍ່ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ.

10 ການຮັບຮອງ, ການຮັບປະກັນ ແລະ ການຈໍາກັດຄວາມຮັບຜິດຊອບ

10.1 ການຢັ້ງຢືນ ແລະ ການຮັບປະກັນ

ທ່ານຮັບຮູ້ ແລະ ຕົກລົງເຫັນດີວ່າ ເນື້ອໃນຢູ່ເທິງແພລັດຟອມທີ່ໄດ້ສະໜອງໃຫ້ແມ່ນບົນພື້ນຖານ “ຕາມສະພາບປັດຈຸບັນ ” ແລະ “ຕາມທີ່ມີ” ແລະ ການນໍາໃຊ້ ຫຼື ການເພິ່ງພາ ແພລັດຟອມ ແລະ ເນື້ອໃນ, ສິນຄ້າ, ຜະລິດຕະພັນ ຫຼື ການເຂົ້າເຖິງການບໍລິການໃດໜຶ່ງຂອງທ່ານ ຫຼື ໄດ້ຮັບນັ້ນ ແມ່ນຂຶ້ນກັບຄວາມສ່ຽງ ແລະ ການຕັດສິນໃຈຂອງທ່ານເອງ.

ຮູບພາບ ແລະ ພາບຖ່າຍທັງໝົດຂອງສິນຄ້າ ແມ່ນໃຊ້ເພື່ອເປັນຕົວຢ່າງເທົ່ານັ້ນ ແລະ ອາດແຕກຕ່າງຈາກສິນຄ້າຕົວຈິງ.

ເຖິງແມ່ນວ່າ ຟຸດແພນດ້າ ພະຍາຍາມຢ່າງສຸດຄວາມສາມາດໃນການຮັບປະກັນໃຫ້ມີການສະໜອງການບໍລິການຂອງ ແພລັດຟອມ ຕະຫຼອດເວລາກໍ່ຕາມ, ຟຸດແພນດ້າ ບໍ່ສາມາດຮັບປະກັນ ແລະ ຢັ້ງຢືນໄດ້ວ່າ ການສະໜອງການບໍລິການຈະສາມາດດຳເນີນການໄດ້ຢ່າງປອດໄພ, ກົງຕໍ່ເວລາ, ບໍ່ມີບັນຫາຕິດຂັດ, ບໍ່ມີຂໍ້ຜິດພາດ, ບໍ່ມີຂໍ້ຫຍຸ້ງຍາກທາງດ້ານເຕັກນິກ, ຂໍ້ບົກຜ່ອງ ຫຼື ໄວຣັດຕ່າງໆ. ຂໍໃຫ້ທ່ານຊາບ ກ່ຽວກັບ ການຂັດຂ້ອງຊົ່ວຄາວຂອງລະບົບແພັຣດຟອມ ເນື່ອງຈາກການປະຕິບັດວຽກງານບຳລຸງຮັກສາລະບົບຢ່າງເປັນປະຈຳ ຫຼື ຕາມກຳນົດການ, ລະບົບອິນເຕີເນັດ ຫຼື ລະບົບສື່ສານເອເລັກໂຕຣນິກຂັດຂ້ອງ ຫຼື ເຫດສຸດວິໄສອື່ນໆ.

10.2 ຂໍ້ຈຳກັດ ທາງດ້ານຄວາມຮັບຜິດຊອບ

ໃນຂອບເຂດທີ່ກົດໝາຍກຳນົດໃຫ້, ຟຸດແພນດ້າ (ເຊີ່ງລວມເຖິງ ພະນັກງານ, ຜູ້ອຳນວຍການ, ຕົວແທນ, ຜູ້ຕາງໜ້າ, ບໍລິສັດໃນເຄືອ ແລະ ບໍລິສັດແມ່ ຂອງ ຟຸດແພນດ້າ) ຈະບໍ່ມີຄວາມຮັບຜິດຊອບ (ບໍ່ວ່າເກີດຂຶ້ນພາຍໃຕ້ສັນຍາ, ຄວາມປະໝາດເລິນເລີ້ ຫຼື ອື່ນໆ) ຕໍ່ຄວາມສູນເສັຍ ຫຼື ຄວາມເສັຍຫາຍທີ່ທ່ານ ຫຼື ບຸກຄົນທີສາມ ກໍ່ໃຫ້ເກີດຂຶ້ນເຊີ່ງກ່ຽວຂ້ອງກັບ ແພລັດຟອມ, ການບໍລິການຂອງພວກເຮົາ ແລະ ລວມເຖິງເວັບໄຊ໌ໃດໜຶ່ງທີ່ເຊື່ອມຕໍ່ກັບແພລັດຟອມຂອງຟຸດແພນດ້າ ແລະ ເນື້ອໃນ ຫຼື ສື່ຕ່າງໆທີ່ໂພດສ໌ລົງໃນເວັບໄຊ໌ດັ່ງກ່າວ. ສິດປົວແປງພຽງແຕ່ຢ່າງດຽວຂອງທ່ານທີ່ກ່ຽວຂ້ອງກັບການນຳໃຊ້ແພລັດຟອມ ແມ່ນການຢຸດຕິການນຳໃຊ້ແພລັດຟອມ. ບໍລິສັດໃນເຄືອຂອງຟຸດແພນດ້າ, ແລະ ຕົວແທນ, ຜູ້ຕາງໜ້າ ແລະ ຜູ້ໃຫ້ບໍລິການທີ່ກ່ຽວຂ້ອງຂອງພາກສ່ວນດັ່ງກ່າວ ຈະບໍ່ມີຄວາມຮັບຜິດຊອບຕໍ່ກັບຄ່າເສັຍຫາຍທາງອ້ອມ, ພິເສດ, ບັງເອີນ, ເປັນຜົນຕາມມາ ຫຼື ຄ່າເສັຍຫາຍທີ່ເປັນການປັບໄໝທີ່ເກີດຈາກການນຳໃຊ້ແພລັດຟອມຂອງທ່ານ ຫຼື ສຳລັບການຮຽກຮ້ອງອື່ນທີ່ກ່ຽວຂ້ອງກັບການນຳໃຊ້ແພລັດຟອມຂອງທ່ານຢ່າງໃດຢ່າງໜຶ່ງ. ການຍົກເວັ້ນຄວາມຮັບຜິດຊອບຕໍ່ກັບຄ່າເສັຍຫາຍທາງອ້ອມ, ພິເສດ, ບັງເອີນ, ເປັນຜົນຕາມມາ ຫຼື ຄ່າເສັຍຫາຍທີ່ເປັນການປັບໄໝ ລວມເຖິງແຕ່ບໍ່ຈຳກັດສະເພາະຄ່າເສັຍຫາຍສຳລັບການສູນເສັຍກຳໄລ, ການສູນເສັຍຂໍ້ມູນ, ການສູນເສັຍຄ່ານິຍົມ, ການຢຸດຕິວຽກງານ, ລະບົບຄອມພິວເຕີລົ້ມເຫຼວ ຫຼື ຄວາມຜິດປົກກະຕິ ຫຼື ຄວາມເສັຍຫາຍ ຫຼື ຄວາມສູນເສັຍອື່ນໆທາງດ້ານການຄ້າ ເຖິງແມ່ນວ່າບໍລິສັດໃນເຄືອຂອງຟຸດແພນດ້າ, ຕົວແທນ, ຜູ້ຕາງໜ້າ ແລະ ຜູ້ໃຫ້ບໍລິການຂອງບໍລິສັດດັ່ງກ່າວ ຈະໄດ້ຮັບແຈ້ງເຕືອນກ່ຽວກັບຄວາມເປັນໄປໄດ້ທີ່ຈະເກີດຄວາມເສັຍຫາຍ ແລະ ຄວາມສູນເສັຍດັ່ງກ່າວແລ້ວກໍ່ຕາມ ແລະ ໂດຍບໍ່ສຳຄັນວ່າທິດສະດີທາງກົດໝາຍ ຫຼື ຄວາມຍຸຕິທຳທີ່ການຮຽກຮ້ອງດັ່ງກ່າວອ້າງອີງເຖິງຈະເປັນແນວໃດກໍ່ຕາມ. ເນື່ອງຈາກບາງປະເທດ ຫຼື ບາງຂອບເຂດກົດໝາຍບໍ່ອະນຸຍາດໃຫ້ມີການຍົກເວັ້ນ ຫຼື ຈຳກັດ ຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍບັງເອີນ ຫຼື ເປັນຜົນຕາມມາ, ດັ່ງນັ້ນໃນປະເທດ ຫຼື ຂອບເຂດກົດໝາຍດັ່ງກ່າວ, ຄວາມຮັບຜິດຊອບຂອງບໍລິສັດໃນເຄືອ ຟຸດແພນດ້າ, ຕົວແທນ, ຜູ້ຕາງໜ້າ ແລະ ຜູ້ໃຫ້ບໍລິການ ຂອງບໍລິສັດດັ່ງກ່າວຈະຖືກຈໍາກັດໃນຂອບເຂດທີ່ກົດໝາຍກໍານົດໃຫ້.

10.3 ຜູ້ຕາງໜ້າຜູ້ຂາຍ

ຟູດແພນດ້າ ຈະບໍ່ຮັບຜິດຊອບຕໍ່ການກະທໍາ ຫຼື ການລະເວັ້ນຂອງຜູ້ຂາຍ ຫຼື ທ່ານກ່ຽວກັບການສະໜອງສິນຄ້າ ແລະ ໃນກໍລະນີທີ່ການຈັດສົ່ງຂອງຜູ້ຂາຍນຳໃຊ້ກັບຄໍາສັ່ງຊື້ຂອງທ່ານ. ຟູດແພນດ້າບໍ່ຮັບຜິດຊອບຕໍ່ປະລິມານ, ຄຸນະພາບ, ຂໍ້ກຳນົດ ຫຼື ການເປັນຕົວແທນອື່ນໆຂອງສິນຄ້າ ແລະ/ຫຼື ບໍລິການທີ່ສະໜອງໃຫ້ໂດຍຜູ້ຂາຍ ຫຼື ຮັບປະກັນຄວາມຖືກຕ້ອງ ຫຼື ຄົບຖ້ວນຂອງຂໍ້ມູນ (ລວມທັງຂໍ້ມູນ ເມນູ, ພາບຖ່າຍ ແລະ ຮູບພາບປະກອບຂອງສິນຄ້າ) ທີ່ໄດ້ສະແດງຢູ່ໃນລາຍການ ແລະ ຂໍ້ມູນຂອງຜູ້ຂາຍຢູ່ເທິງແພລັດຟອມ. ບໍ່ມີສິ່ງໃດໃນຂໍ້ກຳນົດເຫຼົ່ານີ້ ຈະຍົກເວັ້ນຄວາມຮັບຜິດຊອບຂອງຜູ້ຂາຍສໍາລັບການເສັຍຊີວິດ ຫຼື ການບາດເຈັບສ່ວນບຸກຄົນທີ່ເກີດຂື້ນ ຈາກຄວາມປະໝາດເລີ່ນເລີ້ຢ່າງຮ້າຍແຮງທີ່ເກີດຈາກຄວາມບໍ່ລະມັດລະວັງ ຫຼື ການກະທໍາທີ່ບໍ່ຖືກຕ້ອງໂດຍເຈດຕະນາຂອງຜູ້ຂາຍ.

11 ຄວາມຮັບຜິດຊອບຂອງຜູ້ຂາຍ

ຜູ້ຂາຍ ມີໜ້າທີ່ຮັບຜິດຊອບໃນການກະກຽມ, ສະພາບການ ແລະ ຄຸນະພາບຂອງສິນຄ້າ. ໃນກໍລະນີການຈັດສົ່ງຂອງຜູ້ຂາຍ, ຜູ້ຂາຍ ມີຄວາມຮັບຜິດຊອບສໍາລັບການສົ່ງສິນຄ້າ ແລະ/ຫຼື ຄໍາສັ່ງຊື້. ຟູດແພນດ້າ ຈະບໍ່ຮັບຜິດຊອບຕໍ່ການສູນເສັຍ ຫຼື ຄວາມເສັຍຫາຍໃດໆທີ່ເກີດຂຶ້ນຈາກສາຍພົວພັນຕາມສັນຍາຂອງທ່ານກັບຜູ້ຂາຍ.

12 ການປົກປ້ອງຂໍ້ມູນສ່ວນບຸກຄົນ (ຂໍ້ມູນສ່ວນຕົວ)

ທ່ານຕົກລົງເຫັນດີ ແລະ ຍິນຍອມໃຫ້ ຟູດແພນດ້າ ແລະ ບໍລິສັດໃນເຄືອໃດໜຶ່ງ ຂອງ ຟຸດແພນດ້າ ເກັບກຳ, ນຳໃຊ້, ດຳເນີນການ ແລະ ເປີດເຜີຍຂໍ້ມູນສ່ວນຕົວຕາມທີ່ໄດ້ກຳນົດໄວ້ໃນເງື່ອນໄຂສະບັບນີ້ ແລະ ຕາມທີ່ໄດ້ອະທິບາຍເພີ່ມເຕີມໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາແມ່ນລວມໂດຍການອ້າງອີງໃນທີ່ນີ້ ແລະ ສາມາດເຂົ້າເຖິງໄດ້ທີ່ລີ້ງ https://www.foodpanda.la/en/contents/privacy.htm?r=1 ໂດຍຜ່ານການເຊື່ອມຕໍ່ຢູ່ເທິງແພລັດ ຟອມຂອງພວກເຮົາ.

13 ການທົດແທນຄ່າເສັຍຫາຍ

13.1 ການນຳໃຊ້ແພລັດຟອມ;

13.2 ການນຳໃຊ້ການບໍລິການ; ຫຼື 

13.3 ການລະເມີດເງື່ອນໄຂເຫຼົ່ານີ້.

14 ການເຊື່ອມຕໍ່ (ລີ້ງ) ແລະ ເວັບໄຊ໌ກັບບຸກຄົນທີສາມ

ແພລັດຟອມດັ່ງກ່າວ ອາດຈະປະກອບດ້ວຍການເຊື່ອມຕໍ່ໄປຫາເວັບໄຊ໌ຂອງບຸກຄົນທີສາມອື່ນໆ ແລະ ໂດຍການຄຣິກໃສ່ລີ້ງເຫຼົ່ານີ້, ທ່ານຕົກລົງເຫັນດີວ່າ ທ່ານຈະຕ້ອງຮັບຄວາມສ່ຽງດ້ວຍຕົນເອງ. ຟູດແພນດ້າ ບໍ່ໄດ້ຄວບຄຸມ ຫຼື ຮັບຮອງເວັບໄຊ໌ ຫຼື ລິ້ງຂອງບຸກຄົນທີສາມເຫຼົ່ານີ້ ແລະ ຈະບໍ່ຮັບຜິດຊອບຕໍ່ເນື້ອໃນທີ່ໄດ້ສະແດງຢູ່ໜ້າຕ່າງທີ່ທ່ານໄດ້ເຊື່ອມຕໍ່. ຟູດແພນດ້າ ຍອມຮັບວ່າ ບໍ່ມີຄວາມຮັບຜິດຊອບໃດໆ ຫຼື ຄວາມຮັບຜິດຊອບຕໍ່ການສູນເສັຍ ຫຼື ຄວາມເສັຍຫາຍຊື່ງອາດຈະໄດ້ຮັບຄວາມເສັຍຫາຍຈາກການເຂົ້າເຖິງ ແລະ ການນຳໃຊ້ລີ້ງ ແລະ ເວັບໄຊ໌ຂອງບຸກຄົນທີສາມເຫຼົ່ານີ້.

15 ການຍົກເລີກ

ຟູດແພນດ້າ ມີສິດ ຢຸດເຊົາ, ໂຈະ ຫຼື ລຶບບັນຊີຂອງທ່ານ ແລະ ການເຂົ້າເຖິງແພລັດຟອມ, ລວມທັງການບໍລິການຈັດສົ່ງໃດໆທີ່ພວກເຮົາໄດ້ສະໜອງໃຫ້ທ່ານກ່ຽວກັບຄໍາສັ່ງຊື້, ສໍາລັບເຫດຜົນໃດກໍ່ຕາມ, ລວມທັງ, ແຕ່ບໍ່ຈໍາກັດ, ຖ້າຫາກວ່າ ຟູດແພນດ້າ, ໃນການຕັດສິນໃຈຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ.

  • ພິຈາລະນາການນໍາໃຊ້ຂອງທ່ານ ທີ່ບໍ່ໄດ້ເປັນການຍອມຮັບ;

  • ບໍ່ເພິ່ງພໍໃຈກັບຜົນໄດ້ຮັບຂອງການກວດສອບປະຫວັດຄວາມເປັນມາ, ດໍາເນີນການຢ່າງຕໍ່ເນື່ອງ; ຫຼື

  • ສົງໄສ ຫຼື ຄົ້ນພົບວ່າ ທ່ານມີສ່ວນຮ່ວມໃນການເຄື່ອນໄຫວ ຫຼື ການປະພຶດທີ່ເປັນການລະເມີດເງື່ອນໄຂໃດໜຶ່ງ.

  • ຟູດແພນດ້າ ອາດຈະ, ແຕ່ຈະບໍ່ມີພັນທະທີ່ຈະ, ໃຫ້ຄໍາເຕືອນທ່ານກ່ອນທີ່ຈະຢຸດເຊົາການນໍາໃຊ້ບັນຊີຂອງທ່ານຢູ່ເທິງແພລັດຟອມ.

16 ການດັດແກ້

ຟູດແພນດ້າ ອາດຈະດັດແກ້ເງື່ອນໄຂສະບັບນີ້ ໄດ້ໃນທຸກເວລາຕາມຄວາມເໜາະສົມຂອງຕົນແຕ່ພຽງຜູ້ດຽວ. ການດັດແກ້ຂໍ້ກຳນົດ ຈະຕ້ອງມີຜົນສັກສິດທັນທີເມື່ອໄດ້ໂຄສະນາ ແລະ ທ່ານຕົກລົງເຫັນດີວ່າ ຂໍ້ກຳນົດໃໝ່ໂດຍການສືບຕໍ່ນຳໃຊ້ແພລັດຟອມ. ມັນແມ່ນຄວາມຮັບຜິດຊອບຂອງທ່ານໃນການກວດສອບຂໍ້ກຳນົດຕາມປົກກະຕິ. ຖ້າຫາກວ່າທ່ານບໍ່ເຫັນດີກ່ຽວກັບຂໍ້ກຳນົດສະບັບປັບປຸງ, ບໍ່ວ່າຈະເປັນທັງໝົດ ຫຼື ບາງສ່ວນ, ທ່ານຕ້ອງຢຸດເຊົາການນໍາໃຊ້ແພລັດຟອມທັນທີ.

17 ການແຍກບົດບັນຍັດ

ຖ້າຫາກວ່າ ບົດບັນຍັດໃດໜຶ່ງຂອງຂໍ້ກໍານົດໃນການນໍາໃຊ້ເຫຼົ່ານີ້ ຊຶ່ງບໍ່ສອດຄ່ອງພາຍໃຕ້ຂອບເຂດສິດອຳນາດຂອງສານ, ຄວາມບໍ່ຖືກຕ້ອງທີ່ຂັດກັບບົດບັນຍັດດັ່ງກ່າວ ຈະບໍ່ສົ່ງຜົນກະທົບຕໍ່ຄວາມຖືກຕ້ອງຂອງບົດບັນຍັດທີ່ຍັງເຫຼືອຂອງຂໍ້ກຳນົດໃນການນໍາໃຊ້ເຫຼົ່ານີ້, ເຊິ່ງຈະຍັງຄົງມີຜົນບັງຄັບໃຊ້ຢ່າງເຕັມສ່ວນ. ບໍ່ມີການສະລະສິດຂອງຂໍ້ກຳນົດໃດໜຶ່ງໃນຂໍ້ກຳນົດການນໍາໃຊ້ເຫຼົ່ານີ້ ຈະຖືກຕີຄວາມໝາຍວ່າເປັນການສະລະສິດເພີ່ມເຕີມ ຫຼື ການສືບຕໍ່ການສະລະສິດໃນຂໍ້ກຳນົດດັ່ງກ່າວ ຫຼ ບົດບັນຍັດອື່ນໆ.

18 ກົດໝາຍຄຸ້ມຄອງ

ຂໍ້ກຳນົດເຫຼົ່ານີ້ຈະຖືກຄຸ້ມຄອງ ແລະ ຕີຄວາມໝາຍຕາມກົດໝາຍຂອງປະເທດນັ້ນ/ສານເຂດປົກຄອງຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງກັບໜ່ວຍງານຂອງຟູດແພນດ້າ ໄດ້ຖືກລວມເຂົ້າກັນຕາມທີ່ໄດ້ລະບຸໄວ້ໃນຕາຕະລາງຂ້າງລຸ່ມນີ້. ສານເຂດປົກຄອງທ້ອງຖິ່ນຕໍ່ໄປນີ້ຈະມີສິດອຳນາດໃນການຕັດສິນ ຄຳພິພາກສາ ຫຼື ການຮ້ອງຟ້ອງໃດໜຶ່ງທີ່ເກີດຂື້ນຈາກ ຫຼື ກ່ຽວຂ້ອງກັບການນຳໃຊ້ແພລັດຟອມຄື:

  • ຟຸດແພນດ້າ ບັງກະລາເທດ (www.foodpanda.bd); ສາທາລະນະລັດ ປະຊາຊົນ ບັງກະລາເທດ

  • ຟຸດແພນດ້າ ກຳປູເຈຍ (www.foodpanda.com.kh); ຣາດຊະອານາຈັກ ກຳປູເຈຍ

  • ຟຸດແພນດ້າ ຮົງກົງ (www.foodpanda.hk); ເຂດປົກຄອງພິເສດ ຮົງກົງ, ສາທາລະນະລັດ ປະຊາຊົນຈີນ

  • ຟຸດແພນດ້າ ລາວ (www.foodpanda.la); ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

  • ຟຸດແພນດ້າ ມາເລເຊຍ (www.foodpanda.my); ສາທາລະນະລັດ ມາເລເຊຍ

  • ຟຸດແພນດ້າ ມຽນມາ (www.foodpanda.com.mm); ສາທາລະນະລັດ ສະຫະພາບ ມຽນມາ

  • ຟຸດແພນດ້າ ປາກິດສະຖານ (www.foodpanda.pk)ສາທາລະນະລັດ ອິດສະລາມ ປາກິດສະຖານ

  • ຟຸດແພນດ້າ ຟິລີປິນ (www.foodpanda.ph); ສາທາລະນະລັດ ຟີລິປິນ

  • ຟຸດແພນດ້າ ໄຕ້ຫວັນ (www.foodpanda.tw); ໄຕ້ຫວັນ, ສາທາລະນະລັດ ປະຊາຊົນຈີນ

  • ຟຸດແພນດ້າ ໄທ (www.foodpanda.th); ຣາດຊະອານາຈັກ ໄທ

  • ຟຸດແພນດ້າ ສິງກະໂປ (www.foodpanda.sg)ສາທາລະນະລັດ ສິງກະໂປ

19 ຕິດຕໍ່ພວກເຮົາ

ຖ້າຫາກວ່າ ທ່ານຕ້ອງການຕິດຕໍ່ຫາພວກເຮົາກ່ຽວກັບຄໍາຖາມ ຫຼື ການສະແດງຄໍາຄິດເຫັນທີ່ທ່ານອາດຈະມີ, ກະລຸນາຕິດຕໍ່ພົວພັນຫາສູນຊ່ວຍເຫຼືອຂອງພວກເຮົາໄດ້ທີ່ໄດ້ໃຫ້ບໍລິການຢູ່ເທິງແພລັດຟອມ.

20 ຮ້ານຂາຍເຄື່ອງຍ່ອຍ / ຮ້ານຄ້າ / ຮ້ານສະດວກຊື້

20.1 ການຊື້ສິນຄ້າຈາກຜູ້ຂາຍຢູ່ໃນ 'ຮ້ານຄ້າ' ຢູ່ເທິງແພລັດຟອມ, ລວມທັງ (“ຮ້ານຄ້າ”) ແມ່ນຂຶ້ນກັບເງື່ອນໄຂເຫຼົ່ານີ້. ນອກຈາກນັ້ນ, ທ່ານຕົກລົງເຫັນດີວ່າ ຈະປະຕິບັດຕາມຄໍາແນະນໍາ, ແຈ້ງການ, ກົດລະບຽບການດໍາເນີນງານ ແລະ ນະໂຍບາຍ ແລະ ຄໍາແນະນໍາໃດໜຶ່ງທີ່ກ່ຽວຂ້ອງກັບການຊື້ສິນຄ້າຈາກຮ້ານຄ້າ ເຊິ່ງໄດ້ຖືກລວບລວມເຂົ້າກັນ ແລະ ເປັນພາກສ່ວນໜຶ່ງຂອງຂໍ້ກໍານົດເຫຼົ່ານີ້.

20.2 ເນື່ອງຈາກຂໍ້ຈໍາກັດການຈັດສົ່ງ, ຟູດແພນດ້າ ອາດຈະຈຳກັດຈໍານວນຂອງສິນຄ້າໃນການສັ່ງຊື້ຂອງທ່ານ ຫຼື ຈໍາກັດປະລິມານສິນຄ້າໃນການຄໍາສັ່ງຂອງທ່ານຈາກຮ້ານຄ້າ ຕາມດຸນພິນິດຂອງຕົນແຕ່ພຽງຝ່າຍດຽວ.

20.3 ເວັ້ນເສັຍແຕ່ໄດ້ລະບຸໄວ້ເປັນຢ່າງອື່ນ ການສັ່ງຊື້ທັງໝົດຈາກຮ້ານຄ້າ ຈະຢູ່ພາຍໃຕ້ນະໂຍບາຍການຍົກເລີກ, ການຄືນເງິນ ແລະ ການສົ່ງຄືນສິນຄ້າຂອງຮ້ານຄ້າ.

20.4 ສຳລັບລາຄາຂອງສິນຄ້າໃດໜຶ່ງ ຂື້ນຢູ່ກັບນໍ້າໜັກ, ນໍ້າໜັກຕົວຈິງຂອງສິນຄ້າ ອາດຈະໜ້ອຍ ຫຼື ຫຼາຍກວ່ານໍ້າໜັກທີ່ທ່ານໄດ້ເລືອກໄວ້. ບ່ອນທີ່ທ່ານໄດ້ສັ່ງຊື້ສິນຄ້າດັ່ງກ່າວ, ທ່ານຈະຖືກຮຽກເກັບເງິນຄ່າສິນຄ້າຕາມຈໍານວນທີ່ໄດ້ຄິດໄລ່ໂດຍອີງໃສ່ນໍ້າໜັກຕົວຈິງຂອງສິນຄ້າທີ່ທ່ານຊື້, ພວກເຮົາ ແລະ/ຫຼື ຮ້ານຄ້າ ຈະໃຊ້ຄວາມພະຍາຍາມທີ່ສົມເຫດສົມຜົນທັງໝົດທີ່ຈຳເປັນຢ່າງສົມເຫດສົມຜົນເພື່ອກົດສັ່ງສິນຄ້າໃນຄຳສັ່ງຊື້ຂອງທ່ານຕາມນໍ້າໜັກທີ່ທ່ານຮ້ອງຂໍ ເຖິ່ງຢ່າງໃດກໍ່ຕາມ ມັນເປັນໄປບໍ່ໄດ້ຕະຫຼອດ ທີ່ຈະສົ່ງສິນຄ້າໄດ້ຕາມນໍ້າໜັກທີ່ທ່ານຕ້ອງການຊື້, ພວກເຮົາຮຽກເກັບເງິນຕາມຄ່າທຳນຽມສະເລ່ຍຊົ່ວຄາວຂອງ [**]% ຂອງລາຄາຂອງນໍ້າໜັກສິນຄ້າທີ່ທ່ານໄດ້ເລືອກໄວ້ ເນື່ອງຈາກນໍ້າໜັກທີ່ແຕກຕ່າງກັນ (“ການຖືຊົ່ວຄາວ”). ຄ່າທຳນຽນດັ່ງກ່າວຢູ່ພາຍໃຕ້ເງື່ອນໄຂດັ່ງຕໍ່ໄປນີ້:

20.4.1 ຖ້າຫາກວ່າທ່ານເລືອກທີ່ຈະຊໍາລະເງິນດ້ວຍບັດເຄຣດິດ (ລວມທັງການຊໍາລະດ້ວຍບັດເຄຣດິດຜ່ານ ກູໂກ້ເພ ຫຼື ແອັບໂປເພ), ທ່ານຈະພົບເຫັນການສະແດງຈໍານວນລາຄາຂອງການຖືຊົ່ວຄາວ (“ລາຄາສະເລ່ຍ”) ຢູ່ໜ້າຕ່າງການຈ່າຍເງິນ. ທ່ານອະນຸຍາດໃຫ້ພວກເຮົາຮຽກເກັບເງິນໃນຈຳນວນທີ່ທຽບເທົ່າກັບລາຄາທີ່ໄດ້ສະເລ່ຍໄວ້ໃນໄລຍະເວລາສູງສຸດເຖິງຊາວສີ່ (24) ຊົ່ວໂມງ. ເມື່ອນ້ຳໜັກຕົວຈິງຂອງສິນຄ້າໄດ້ຮັບການຢືນຢັນແລ້ວ, ລາຄາຕົວຈິງຂອງສິນຄ້າຈະຖືກສະຫຼຸບ (“ລາຄາຕົວຈິງ”). ລາຄາ ແລະ ນໍ້າໜັກຕົວຈິງຂອງສິນຄ້າຈະສະທ້ອນຢູ່ໃນໜ້າຕິດຕາມການສັ່ງຊື້ ແລະ ທ່ານຈະໄດ້ຮັບການແຈ້ງເຕືອນຜ່ານທາງປຸ່ມປ໊ອບອັບຢູ່ເທິງແພລັດຟອມ ຫຼື ໂດຍຜ່ານການແຈ້ງເຕືອນຈາກປຸ່ມພຸດສ໌ ຖ້າຫາກລາຄາສິນຄ້າມີການປ່ຽນແປງຈາກລາຄາສະເລ່ຍ. ໃບຮຽກເກັບເງິນທີ່ອອກໃຫ້ທ່ານຈະສະທ້ອນເຖິງລາຄາຕົວຈິງຂອງສິນຄ້າ ແລະ ທ່ານຈະຖືກຮຽກເກັບເງິນສຳລັບລາຄາຕົວຈິງຂອງສິນຄ້າເທົ່ານັ້ນ.

20.4.2 ຖ້າຫາກທ່ານຖືກຮຽກເກັບເງິນກັບລາຄາສະເລ່ຍແທນທີ່ຈະເປັນລາຄາຕົວຈິງຂອງສິນຄ້າຜ່ານການນຳໃຊ້ບັດເຄຣດິດຂອງທ່ານ ແລະ ລາຄາສິນຄ້າຕົວຈິງຕໍ່າກວ່າລາຄາສະເລ່ຍ, ທ່ານຈະໄດ້ຮັບເງິນຄືນສໍາລັບສ່ວນຕ່າງຂອງລາຄາລະຫວ່າງລາຄາສະເລ່ຍກັບລາຄາຕົວຈິງໂດຍອີງຕາມຂໍ້ 6.9 ຂ້າງເທິງ;

20.4.3 ຖ້າຫາກທ່ານເລືອກ ການຈັດສົ່ງແທນເງິນສົດ, ທ່ານຈະພົບເຫັນລາຄາສະເລ່ຍຢູ່ໜ້າຕ່າງການຈ່າຍເງິນ. ເມື່ອນ້ຳໜັກຕົວຈິງຂອງສິນຄ້າໄດ້ຮັບການຢືນຢັນແລ້ວ, ລາຄາຂອງສິນຄ້າຈະຖືກສະຫຼຸບ (“ລາຄາຕົວຈິງ”). ລາຄາ ແລະ ນ້ຳໜັກຕົວຈິງຂອງສິນຄ້າຈະສະແດງຢູ່ໃນໜ້າຕ່າງການຕິດຕາມຄຳສັ່ງຊື້ ແລະ ທ່ານຈະໄດ້ຮັບການແຈ້ງເຕືອນຜ່ານທາງປຸ່ມປ໋ອບອັບຢູ່ເທິງແພລັດຟອມ ຫຼື ໂດຍຜ່ານການແຈ້ງເຕືອນຈາກປຸ່ມພຸດສ໌ຖ້າຫາກລາຄາສິນຄ້າຖືກຫຼຸດຈາກລາຄາທີ່ໄດ້ສະເລ່ຍໄວ້. ໃບຮຽກເກັບເງິນທີ່ອອກໃຫ້ທ່ານ ຈະສະທ້ອນເຖິງລາຄາຕົວຈິງຂອງສິນຄ້າ ແລະ ທ່ານຈະຖືກຮຽກເກັບເງິນພຽງແຕ່ລາຄາຕົວຈິງຂອງສິນຄ້າໃນເວລາສົ່ງ.

20.5 ພວກເຮົາ ຂໍສະຫງວນສິດ ແຕ່ບໍ່ຈໍາກັດພັນທະ, ການຜູກຂາດ ຫຼື ຈໍາກັດການຂາຍສິນຄ້າຂອງພວກເຮົາໃຫ້ກັບບຸກຄົນໃດໜຶ່ງ, ເຂດພູມມີພາກ ຫຼື ເຂດອຳນາດຂອງສານໃດໜຶ່ງ ເປັນຜົນເນື່ອງມາຈາກກົດໝາຍຂອງປະເທດນັ້ນ ພວກເຮົາ ຈະບໍ່ສະເໜີຂາຍສິນຄ້າບາງຢ່າງ ຫຼື ສິນຄ້າເກືອດຫ້າມໃຫ້ແກ່ບຸກຄົນໃດໜຶ່ງ (ເຊັ່ນ: ສິນຄ້າປະເພດເຫຼົ້າ, ຢາມສູບ ແລະ ອື່ນໆເປັນຕົ້ນ). ຂໍ້ສະເໜີສຳລັບສິນຄ້າໃດໜຶ່ງ ໄດ້ຂາຍຢູ່ເທິງແພລັດຟອມຈະຖືວ່າເປັນໂມຄະ ຫາກວ່າກົດໝາຍປະກາດຫ້າມ.

22 ຄໍາແນະນໍາຂອງໄຣເດີ້

22.1 ຄໍາແນະນໍາຂອງໄຣເດີ້ (ຕາມທີ່ໄດ້ກຳນົດໄວ້ໃນນີ້) ແມ່ນນຳໃຊ້ໄດ້ກັບທຸກໆຄຳສັ່ງຊື້ ຍົກເວັ້ນການສັ່ງຊື້ດ້ວຍເງິນສົດ ແລະ ຄຳສັ່ງຊື້ທີ່ໄດ້ຖືກນຳສົ່ງໂດຍບໍລິການຂົນສົ່ງຂອງຜູ້ຂາຍ. ເມື່ອທ່ານກົດຄຳສັ່ງຊື້ຢູ່ເທິງແພລັດຟອມ, ທ່ານຈະມີທາງເລືອກໃນການແນະນຳການຈ່າຍເງິນໃຫ້ກັບໄຣເດີ້ ທີ່ບໍລິສັດໄດ້ມອບໝາຍໃຫ້ໂດຍອີງຕາມຄຳສັ່ງຊື້ຂອງທ່ານ ("ຄໍາແນະນໍາຂອງໄຣເດີ້"). ຟູດແພນດ້າ ຈະຮຽກເກັບເງິນສໍາລັບ ຄໍາແນະນໍາຂອງໄຣເດີ້ ໂດຍອີງຕາມວິທີການຊໍາລະເງິນທີ່ທ່ານເລືອກສໍາລັບການສັ່ງຊື້. ໄຣເດີ້ຈະໄດ້ຮັບເງິນເຕັມຈຳນວນຈາກຄໍາແນະນໍາຂອງໄຣເດີ້ ທີ່ທ່ານເລືອກເມື່ອການຈັດສົ່ງສຳເລັດ.

22.2 ສຳລັບຄຳສ່ັງຊື້ທີ່ຖືກຍົກເລີກກ່ອນການຈັດສົ່ງ, ຟູດແພນດ້າ ຈະດຳເນີນການຄືນເງິນຈາກຄໍາແນະນໍາຂອງໄຣເດີ້ ທີ່ທ່ານໄດ້ເລືອກຊໍາລະເງິນສຳລັບຄຳສັ່ງຊື້ນັ້ນ. ການຄືນເງິນຈະຕ້ອງໃຊ້ເວລາໃນການດຳເນີນງານໂດຍພວກເຮົາ ບັດເຄຣດິດຂອງບໍລິສັດ ແລະ/ຫຼື ທະນາຄານຂອງທ່ານ ອາດຈະໃຊ້ເວລາຕັ້ງແຕ່ (5) ຫາ (7) ວັນລັດຖະການ (ຫຼື ອາດຈະດົນຈົນເຖິງ 30 ວັນ ສຳລັບທະນາຄານຢູ່ຕ່າງປະເທດ) ເພື່ອໃຫ້ການດຳເນີນງານໃນການຄືນເງິນໃຫ້ແກ່ທ່ານ ແລະ ສະແດງໃນບັນຊີຂອງທ່ານ.

22.3 ຄໍາແນະນໍາຂອງໄຣເດີ້ ບໍ່ສາມາດຂໍເງິນຄືນໄດ້ເມື່ອຄຳສ່ັງຊື້ໄດ້ຖືກສົ່ງໄປຫາໄຣເດີ້ແລ້ວ ແລະ/ຫຼື ເມື່ອທ່ານຕົກລົງເຫັນດີວ່າ ທ່ານຈະຈ່າຍເງິນຫຼັງຈາກຄຳສັ່ງຊື້ໄດ້ຖືກສົ່ງແລ້ວ.

22.4 ຖ້າຫາກທ່ານມີຄຳຖາມ ຫຼື ບັນຫາໃດໜຶ່ງກ່ຽວກັບຄໍາແນະນໍາຂອງໄຣເດີ້ ກະລຸນາຕິດຕໍ່ຫາສູນຊ່ວຍເຫຼືອລູກຄ້າຂອງພວກເຮົາຜ່ານຊ່ອງທາງອີເມວລ໌ ຫຼື ຜ່ານຄຸນລັກສະນະການສົນທະນາຢູ່ໃນອິນແອັບ ທີ່ມີຢູ່ເທິງແພລັດຟອມ.

23 ແພນດ້າໂກ

23.1 ພວກເຮົາສະເໜີ ຮູບແບບການໃຫ້ບໍລິການໄຣເດີ້ ທ່ານສາມາດສະເໜີຂໍໃຊ້ບໍລິການຈັດສົ່ງຈາກສະຖານທີ່ຂອງທ່ານ (ຈຸດຮັບ) ໄປຫາສະຖານທີ່ສົ່ງ (ຈຸດສົ່ງ) ໂດຍຜ່ານການຂົນສົ່ງຈາກໄຣເດີ້ທີ່ຢູ່ໃນລະບົບຂອງຟຸດແພນດ້າ (“ການບໍລິການແພນດ້າໂກ”) ໂດຍຜ່ານແພລັດຟອມຂອງພວກເຮົາ. ການນຳໃຊ້ການບໍລິການ ແພນດ້າໂກ ຢູ່ເທິງແພລັດຟອມແມ່ນຂຶ້ນກັບຂໍ້ກຳນົດເຫຼົ່ານີ້ ແລະ ການຮ້ອງຂໍສໍາລັບການບໍລິການແພນດ້າໂກ ແມ່ນຖືວ່າເປັນ "ຄຳສ່ັງຊື້" ເພື່ອຈຸດປະສົງຂອງຂໍ້ກໍານົດເຫຼົ່ານີ້.

23.2 ທ່ານຕ້ອງຈ່າຍ ຄ່າບໍລິການຈັດສົ່ງສຳລັບການບໍລິການ ແພນດ້າໂກ ເຊີ່ງຈະຄິດໄລ່ໂດຍນຳໃຊ້ຄ່າບໍລິການພື້ນຖານ ແລະ ຄ່າບໍລິການຕາມໄລຍະທາງ. ຄ່າບໍລິການພື້ນຖານ ອາດຈະມີການປ່ຽນແປງໂດຍຂຶ້ນກັບປັດໄຈຕ່າງໆ ເຊີ່ງລວມທັງແຕ່ບໍ່ຈຳກັດສະເພາະອັດຕາຄວາມຕ້ອງການ-ການສະໜອງ, ອັດຕາສ່ວນ, ເວລາໃນການຈອງ, ສະພາບການຈະລາຈອນ ແລະ ຂໍ້ມູນກ່ຽວກັບເສັ້ນທາງ (“ຄ່າບໍລິການແພນດ້າໂກ”). ທ່ານມີພັນທະໃນການກວດກາຄ່າບໍລິການແພນດ້າໂກກ່ອນທີ່ຈະສະເໜີ ແລະ ຢືນຢັນຄໍາສັ່ງຊື້ການບໍລິການແພນດ້າໂກ. ການຢືນຢັນການຮ້ອງຂໍຂອງທ່ານ, ທ່ານຕົກລົງເຫັນດີທີ່ຈະຊໍາລະຄ່າບໍລິການ ແພນດ້າໂກ ຕາມຈໍານວນສຸດທ້າຍທີ່ສະແດງຢູ່ເທິງແພລັດຟອມ.

23.3 ຈໍານວນຄ່າບໍລິການ ແພນດ້າໂກທີ່ກ່າວມາຂ້າງເທິງ ທີ່ໄດ້ສະໜອງໃຫ້ທ່ານບົນພື້ນຖານທີ່ມີພຽງແຕ່ໜຶ່ງ (1) ໄຣເດີ້ ໄດ້ຖືກຮ້ອງຂໍສໍາລັບການບໍລິການ ແພນດ້າໂກ. ເພື່ອຫຼີກລ້ຽງຂໍ້ສົງໄສ, ຖ້າໄຣເດີ້ຜູ້ທີສອງ ຫຼື ຫຼາຍກວ່ານັ້ນໄດ້ຖືກຮ້ອງຂໍສໍາລັບການບໍລິການ ແພນດ້າໂກ, ຄ່າບໍລິການ ແພນດ້າໂກ ຈະຕ້ອງນຳໃຊ້ກັບໄຣເດີ້ ແຕ່ລະຄົນເພີ່ມເຕີມ.

23.4 ທ່ານສາມາດຍົກເລີກຄຳສັ່ງຊື້ໂດຍບໍ່ເສັຍຄ່າໃຊ້ຈ່າຍກ່ອນທີ່ໄຣເດີ້ຈະຖືກມອບໝາຍ. ເຖິງຢ່າງໃດກໍ່ຕາມ ທ່ານຍັງຄົງຈະຖືກຮຽກເກັບ ຄ່າບໍລິການ ແພນດ້າໂກ ຖ້າຫາກວ່າ:

23.4.1 ທ່ານຍົກເລີກຄຳສັ່ງຊື້ ເມື່ອໄຣເດີ້ໄດ້ກົດຮັບຄຳສ່ັງຊື້ໄປແລ້ວ;

23.4.2 ຜູ້ຮັບທີ່ກຳນົດໄວ້ແມ່ນບໍ່ສາມາດຕິດຕໍ່ໄດ້ ຫຼື ບໍ່ສາມາດໃຊ້ໄດ້ເພື່ອຮັບການຈັດສົ່ງ ພາຍຫຼັງ ເຈັດ (7) ນາທີນັບຈາກເວລາທີ່ຜູ້ສົ່ງເຄື່ອງມາຮອດສະຖານທີ່ຈັດສົ່ງທີ່ກຳນົດໄວ້. ຫຼັງຈາກນັ້ນ, ພວກເຮົາຈະສົ່ງຄືນສິນຄ້າໃຫ້ແກ່ທ່ານ ແລະ ທ່ານອາດຈະຮ້ອງຂໍຄໍາສັ່ງຊື້ໃໝ່ກ່ຽວກັບການສົ່ງຄືນສິນຄ້າ.

23.5 ທ່ານມີຄວາມຮັບຜິດຊອບໃນການສະໜອງໃຫ້ພວກເຮົາເກັບກຳລາຍລະອຽດການຈັດສົ່ງຕົວຈິງຢ່າງຄົບຖ້ວນສົມບູນ ແລະ ຖືກຕ້ອງ ເຊັ່ນ: ຊື່ຜູ້ສົ່ງ/ຜູ້ຮັບ, ທີ່ຢູ່ຂອງຜູ້ສົ່ງ/ຜູ້ຮັບ, ເບີຕິດຕໍ່ຂອງຜູ້ສົ່ງ/ຜູ້ຮັບ, ແລະ ລາຍລະອຽດອື່ນໆຂອງການຈັດສົ່ງຕາມຄວາມຕ້ອງການ.

23.6 ພວກເຮົາຈະບໍ່ຮັບຜິດຊອບຕໍ່ການຈັດສົ່ງທີ່ລົ້ມເຫຼວ ຫຼື ການສູນເສັຍເງິນເປັນຜົນເນື່ອງຈາກຄວາມຜິດພາດຂອງທ່ານເອງ, ລາຍລະອຽດການຈັດສົ່ງບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ, ການຮ້ອງຂໍການຈັດສົ່ງທີ່ຖືກຍົກເລີກໂດຍຜູ້ຮັບຂອງທ່ານ ຫຼື ຄວາມຜິດພາດອື່ນໆທີ່ເກີດຂື້ນຈາກທ່ານ, ຕົວແທນ, ພະນັກງານ ຫຼື ຜູ້ຮັບຂອງທ່ານ, ແລະ ພວກເຮົາຈະຍັງຄົງມີສິດໃນການຮຽກເກັບຄ່າບໍລິການ ແພນດ້າໂກ ໃນກໍລະນີດັ່ງກ່າວ. ເພື່ອຫຼີກເວັ້ນຂໍ້ສົງໄສ, ພວກເຮົາບໍ່ອະນຸຍາດໃຫ້ມີການປ່ຽນແປງ ລາຍລະອຽດໃນການຈັດສົ່ງ ຫຼັງຈາກການຮ້ອງຂໍໄດ້ຖືກສົ່ງໄປແລ້ວ. ການສື່ສານໃດໜຶ່ງລະຫວ່າງທ່ານ  ແລະ ໄຣເດີທີ່ໄດ້ຖືກມອບໝາຍໃຫ້ກ່ຽວກັບການປ່ຽນແປງລາຍລະອຽດຈະບໍ່ໄດ້ຖືກຍອມຮັບໂດຍ ຟູດແພນດ້າ ເພື່ອຢັ້ງຢືນຫຼັກຖານໃນການປ່ຽນແປງ.

23.7 ທ່ານຢັ້ງຢືນ ແລະ ຮັບປະກັນວ່າ:

23.7.1 ທ່ານເປັນເຈົ້າຂອງ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຈາກເຈົ້າຂອງສິນຄ້າໃນການຈັດສົ່ງ, ແລະ ທ່ານໄດ້ຮັບອະນຸຍາດເພື່ອຍອມຮັບ ແລະ ທ່ານຍອມຮັບຂໍ້ກຳນົດເຫຼົ່ານີ້ ສໍາລັບຕົວທ່ານເອງ ຫຼື ໃນນາມການເປັນຕົວແທນສໍາລັບ ແລະ ໃນນາມຂອງເຈົ້າຂອງສິນຄ້າໃນການຈັດສົ່ງ.

23.7.2 ທ່ານໄດ້ຮັບອະນຸຍາດຈາກຜູ້ສົ່ງ (ຖ້າຫາກບໍ່ແມ່ນຕົວທ່ານເອງ) ແລະ ຜູ້ຮັບລາຍການ ການຈັດສົ່ງທີ່ໄດ້ສະໜອງໃຫ້ລາຍລະອຽດຂອງຜູ້ສົ່ງ ແລະ ຜູ້ຮັບ (ເຊັ່ນ: ຊື່, ທີ່ຢູ່ບ່ອນສົ່ງ ແລະ ລາຍລະອຽດການຕິດຕໍ່) ໃຫ້ກັບຟູດແພນດ້າ ແລະ ໄຣເດີ້ ທີ່ໄດ້ຖືກມອບໝາຍໃຫ້ກັບການຈັດສົ່ງຄຳສັ່ງຊື້ຂອງທ່ານ. ໃນສະພາບການນີ້, ທ່ານຕົກລົງເຫັນດີວ່າ ທ່ານໄດ້ຮັບການຍິນຍອມຈາກຜູ້ຮັບເພື່ອເກັບກຳ ຂໍ້ມູນສ່ວນບຸກຄົນຂອງທ້າວ ຫຼື ນາງ ເພື່ອນໍາໃຊ້ ແລະ ເປີດເຜີຍໂດຍ ຟູດແພນດ້າ ເພື່ອຈຸດປະສົງຂອງການປະຕິບັດຕາມການຈັດສົ່ງຄຳສັ່ງຊື້. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຂັ້ນຕອນ ທີ່ພວກເຮົາປະມວນຜົນຂໍ້ມູນສ່ວນບຸກຄົນ, ກະລຸນາເບິ່ງນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາທີ່ໄດ້ອ້າງອີງຢູ່ໃນຂໍ້ກຳນົດເຫຼົ່ານີ້ ຫຼື ຜ່ານຊ່ອງທາງການເຊື່ອມຕໍ່ຢູ່ເທິງແພລັດຟອມຂອງພວກເຮົາ.

23.7.3 ຂໍ້ມູນ, ຄຳອະທິບາຍ, ແລະ ລາຍລະອຽດທັງໝົດຂອງການຈັດສົ່ງ ແລະ/ຫຼື ລາຍການ ການຈັດສົ່ງທີ່ໄດ້ຖືກສະໜອງໃຫ້ໂດຍ ຟູດແພນດ້າ ແມ່ນຄວາມຈິງ, ຄົບຖ້ວນ ແລະ ຖືກຕ້ອງ. ຖ້າເປັນໄປໄດ້, ທ່ານຈະໃຫ້ຄໍາແນະນໍາສະເພາະທີ່ກ່ຽວຂ້ອງກັບການຈັດການ ລາຍການ ການຈັດສົ່ງໃຫ້ກັບໄຣເດິ້ກ່ອນການເລີ່ມຕົ້ນການຈັດສົ່ງ.

23.7.4 ທ່ານໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທັງໝົດທີ່ກ່ຽວຂ້ອງກັບລັກສະນະ, ສະພາບການ, ການຫຸ້ມຫໍ່, ການຈັດການ, ການເກັບຮັກສາ, ແລະ ການຂົນສົ່ງຂອງລາຍການສິນຄ້າທີ່ສົ່ງບໍ່ແມ່ນ ຫຼື ບໍ່, ໃນທາງໃດໜຶ່ງ ຫຼື ເງື່ອນໄຂ: (ກ) ບໍ່ປະຕິບັດຕາມ ຫຼື ຖືກຫ້າມໂດຍກົດໝາຍ ຫຼື ລະບຽບການທີ່ກ່ຽວຂ້ອງ; (ຂ) ອັນຕະລາຍ, ສານເປັນກົດ ຫຼື ໄວໄຟ; (ຄ) ຄຸນະພາບຫຼຸດລົງໄດ້ຢ່າງງ່າຍດາຍ; ແລະ/ຫຼື (ງ) ສານບັນຈຸລະເບີດ ຫຼື ສານກຳມັນຕະພາບລັງສີ.

23.7.5 ລາຍການການຈັດສົ່ງ ໄດ້ຖືກຍອມຮັບໄດ້ສໍາລັບການຈັດສົ່ງ, ການກະກຽມຢ່າງຖືກຕ້ອງ ແລະ ພຽງພໍ, ຫຸ້ມຫໍ່, ເກັບຮັກສາ, ຕິດສະຫຼາກ ແລະ ເຄື່ອງໝາຍໃນລັກສະນະທີ່ເໝາະສົມກັບການດໍາເນີນງານ ຫຼື ທຸລະກໍາທີ່ສົ່ງຜົນກະທົບຕໍ່ລາຍການສິນຄ້າໃນການຈັດສົ່ງ ແລະ ລັກສະນະຂອງສິນຄ້າໃນການຈັດສົ່ງ ແລະ ປະຕິບັດຕາມຂໍ້ກໍານົດທັງໝົດ (ລວມທັງແຕ່ບໍ່ຈໍາກັດຂະໜາດ ແລະ ຂໍ້ຈໍາກັດຂອງນໍ້າໜັກໃດໜຶ່ງ) ຕາມທີ່ໄດ້ລະບຸໄວ້ຢູ່ເທິງແພລັດຟອມ. ທ່ານຮັບຮູ້ວ່ານັ້ນຄືຄວາມຮັບຜິດຊອບຂອງທ່ານທີ່ຈະຮັບປະກັນວ່າສິນຄ້າໃນການຈັດສົ່ງໄດ້ຖືກຫຸ້ມຫໍ່ຢ່າງຖືກຕ້ອງເພື່ອປ້ອງກັນຄວາມເສັຍຫາຍທີ່ອາດຈະເກີດຂື້ນໃນລະຫວ່າງການຈັດສົ່ງ. ໃນກໍລະນີທີ່ລາຍການສິນຄ້າໃນການຈັດສົ່ງມີລັກສະນະທີ່ອ່ອນແອ, ມັນຈະຕ້ອງມີການຫຸ້ມຫໍ່ທີ່ມີຄວາມທົນທານພຽງພໍ ແລະ ຖືກປົກຄຸມດ້ວຍວັດສະດຸປ້ອງກັນເປັນຢ່າງດີ ເຊັ່ນ: ລາຍການສິນຄ້າໃນການສົ່ງຈະຖືກປ້ອງກັນຄວາມເສັຍຫາຍທີ່ອາດຈະເກີດຂື້ນຈາກແຮງ ຫຼື ຄວາມກົດດັນໃດໜຶ່ງເຊິ່ງລາຍການສິນຄ້າໃນການຈັດສົ່ງ ແມ່ນຂຶ້ນກັບຫຼັກການທົ່ວໄປໃນການຈັດສົ່ງ.

23.7.6 ທ່ານ ຈະບໍ່ຮ້ອງຂໍ ນຳໃຊ້ ການບໍລິການ ແພນດ້າໂກ ເພື່ອສົ່ງສິນຄ້າ ຕາມລາຍການດັ່ງຕໍ່ໄປນີ້:

ກ) ສິ່ງຂອງທີ່ຖືກຈັດເປັນປະເພດວັດຖຸ ຫຼື ສິນຄ້າທີ່ມີຄວາມອັນຕະລາຍ, ສານເຄມີທີ່ຖືກເກືອດຫ້າມ ຫຼື ຈຳກັດ ລວມທັງແຕ່ບໍ່ຈຳກັດສະເພາະຜະລິດຕະພັນສັດປ່າ ແລະ ສັດປ່າທີ່ໃກ້ຈະສູນພັນທີ່ໄດ້ຖືກຄອບຄອງ, ຂົນສົ່ງ ຫຼື ຂາຍຢ່າງຜິດກົດໝາຍ, ໂດຍລັດຖະບານ ຫຼື ອົງການຄຸ້ມຄອງຕ່າງໆ;

ຂ) ກຳມັນຕະພາບລັງສີ, ວັດຖຸລະເບີດ, ສານເປັນກົດ ຫຼື ວັດຖຸໄວໄຟ, ສານເຄມີອັນຕະລາຍ, ສານລະເບີດ, ອາວຸດປືນ ຫຼື ພາກສ່ວນຂອງສິ່ງທີ່ກ່າວມານັ້ນ ແລະ ກະສຸນ, ກະໂພກ, ສານພິດ, ສານລະລາຍ;

ຄ) ແຮ່ຄຳ ແລະ ເງິນ, ຄຳແທ່ງ, ວັດຖຸ ແລະ ຫີນມີຄ່າ, ເພັດພອຍ, ຫີນເຄິ່ງມີຄ່າ ລວມເຖິງ ກ໋າກບອນ ຫຼື ເພັດອຸດສະຫະກຳ;

ງ) ເງິນສະກຸນໃດໜຶ່ງ, ຫຼັກຊັບ, ຄູປອງ, ສະແຕັມ, ເອກະສານ ທາງດ້ານການເງິນທີ່ປ່ຽນມືໄດ້ໃນຮູບແບບບໍ່ລະບຸຊື່, ໃບແຊັກທີ່ສັ່ງຈ່າຍໂດຍທະນາຄານ, ແຊັກເດີນທາງ;

ຈ) ສິ່ງຂອງ ລະເມີດລິຂະສິດ ຫຼື ເຮັດຊ້ຳຊ້ອນບໍ່ຖືກກົດໝາຍ (ເຊັ່ນ: ຊີດີ, ດີວີດີ);

ສ) ໜັງສືເດີນທາງ, ບັດເຄຣດິດ/ເດບິດ/ເອທີເອັມ;

ຊ) ວັດຖຸບູຮານ, ວຽກງານສິລະປະອື່ນໆ;

ຍ) ໃບຫວຍ ແລະ ອຸປະກອນຫຼິ້ນການພະນັນ;

ດ) ສັດລ້ຽງ, ປາ, ແມງໄມ້, ສັດປ່າ, ພືດ ແລະ ເຄື່ອງປູກຝັງ;

ຕ) ອາຫານແຊ່ແຂງ ຫຼື ຜະລິດຕະພັນນົມ;

ຖ) ການສື່ສານຢ່າງເປັນລາຍລັກອັກສອນ ໃນສື່ຕ່າງໆທີ່ມີນໍ້າໜັກຕໍ່າກວ່າ 500 ກຣາມ, ບໍ່ລວມເອົາປຶ້ມ, ລາຍການສິນຄ້າ, ໜັງສືພິມ ຫຼື ແຕ່ລະໄລຍະ;

ທ) ຊາກສົບ, ອະໄວຍະວະ ຫຼື ສີ້ນສ່ວນມະນຸດ, ເລືອດ, ນ້ຳຍ່ຽວ ແລະ ຕົວຢ່າງຂອງແຫຼວອື່ນໆ

ນ) ສິ່ງທີ່ມີຄວາມອັນຕະລາຍ ຫຼື ສິ່ງເສດເຫຼືອທາງຊີວະພາບ-ການແພດ;

ບ) ສື່ລາມົກອານາຈານຕ່າງໆ;

ປ) ສິ່ງເສບຕິດ, ພະຍາດຕິດແປດ ຫຼື ຢາເສບຕິດ ແລະ ສານເສບຕິດທາງຈິດໃຈ;

ຜ) ລາຍການສິນຄ້າອື່ນໆ ທີ່ຜິດກົດໝາຍ, ມີຄວາມສ໋ຽງເປັນອັນຕະລາຍ, ອັນຕະລາຍ, ຫຼື ຖືກຈຳກັດ ຫຼື ສິນຄ້າເກືອດຫ້າມພາຍໃຕ້ບົດບັນຍັດໃດໜຶ່ງ ຫຼື ກົດໝາຍ ຫຼື ລະບຽບການທີ່ກ໋ຽວຂ້ອງກັບການຂົນສົ່ງ;

23.7.7 ທ່ານຈະຕ້ອງຮັບຜິດຊອບແຕ່ພຽງຜູ້ດຽວສຳລັບການສູນເສັຍ ຫຼື ຄວາມເສັຍຫາຍໃດໜຶ່ງທີ່ເກີດຂື້ນຈາກ ຟູດແພນດ້າ ທີ່ເປັນຕົວແທນ, ຜູ້ຕາງໜ້າ ແລະ ບໍລິສັດໃນເຄືອ ຫຼື ບຸກຄົນທີສາມ ທີ່ເປັນຜົນມາຈາກການລະເມີດການຢັ້ງຢືນ ແລະ ຮັບປະກັນເຫຼົ່ານີ້.

23.8 ໃນກໍລະນີ ທີ່ທ່ານຖືກສະເໜີໃຫ້ຂົນສົ່ງສິ່ງຂອງທີ່ຜິດກົດໝາຍ ຫຼື ຖືກເກືອດຫ້າມໃດໜຶ່ງ (ເຊັ່ນ: ສິ່ງຂອງຕ່າງໆທີ່ໄດ້ກຳນົດໄວ້ໃນ ຂໍ້ 23.7.6 ຂ້າງເທິງນີ້) ຫຼື ສິ່ງຂອງອື່ນໆທີ່ຖືກເກືອດຫ້າມ ພາຍໃຕ້ລະບຽບກົດໝາຍທີ່ກ່ຽວຂ້ອງ, ພວກເຮົາ ຂໍສະຫງວນສິດໃນການປະຕິເສດສິ່ງຂອງທີ່ອັນຕະລາຍ ຫຼື ເປັນພິດ, ສິ່ງຂອງຜິດກົດໝາຍ ຫຼື ຖືກເກືອດຫ້າມ ພາຍໃຕ້ກົດໝາຍ ແລະ ມີສິດໃຊ້ມາດຕະການຕ່າງໆ ທີ່ຈຳເປັນເພື່ອລາຍງານໃຫ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຮັບຊາບ. ເພື່ອຫຼີກເວັ້ນຂໍ້ສົງໄສ, ຟູດແພນດ້າ ຫຼື ໄຣເດີ້ທີ່ໄດ້ຖືກມອບໝາຍໃຫ້ມີສິດເປີດ ແລະ ກວດກາສິນຄ້າໃດໜຶ່ງໄດ້ໂດຍບໍ່ຕ້ອງແຈ້ງໃຫ້ທ່ານຮູ້ລ່ວງໜ້າ ຖ້າຫາກມີຄວາມສົງໄສຢ່າງສົມເຫດສົມຜົນວ່າລາຍການສິນຄ້າທີ່ບັນຈຸເພື່ອສົ່ງນັ້ນ ແມ່ນສິນຄ້າຜິດກົດໝາຍ, ຜິດກົດໝາຍ ຫຼື ສິນຄ້າເກືອດຫ້າມ ຫຼື ເພື່ອຄວາມປອດໄພ, ຄວາມປອດໄພ ຫຼື ເຫດຜົນດ້ານລະບຽບການອື່ນໆ, ແລະ ຟູດແພນດ້າ ຫຼື ໄຣເດີ້ທີ່ໄດ້ຖືກມອບໝາຍໃຫ້ມີສິດທີ່ຈະປະຕິເສດການຮັບ ແລະ ການຈັດສົ່ງສິນຄ້າດັ່ງກ່າວ.

23.9 ໃນລະຫວ່າງ ການສົ່ງຜ່ານສິ່ງຂອງຂອງທ່ານຈາກຈຸດຮັບສິນຄ້າເຖິງຈຸດສົ່ງສິນຄ້າ ຫຼື ໃນເວລາທີ່ໃຫ້ການບໍລິການ ແພນດ້າໂກ, ໃນກໍລະນີ ທີ່ເຈົ້າໜ້າທີ່ຕຳຫຼວດ ຫຼື ໜ່ວຍງານບັງຄັບໃຊ້ກົດໝາຍອື່ນໆຂໍໃຫ້ ຫຼື ອອກຄຳສັ່ງກວດຄົ້ນສິ່ງຂອງ ຂອງທ່ານ ເພື່ອຢັ້ງຢືນຄວາມຖືກຕ້ອງ, ໄຣເດີ້ ຈະມີສິດໃນການສະແດງສິ່ງຂອງດັ່ງກ່າວ ໃຫ້ກັບ ໜ່ວຍງານບັງຄັບໃຊ້ກົດໝາຍເບິ່ງ. ພວກເຮົາ ຫຼື ໄຣເດີ້ທີ່ໄດ້ຖືກມອບໝາຍມີສິດທີ່ຈະສະແດງລາຍການສິນຄ້າຂອງທ່ານຕໍ່ໜ່ວຍງານບັງຄັບໃຊ້ກົດໝາຍດັ່ງກ່າວ. ທ່ານຕົກລົງເຫັນດີວ່າທີ່ຈະຊ່ວຍເຫຼືອຢ່າງເຕັມສ່ວນ ແລະ ສະໜອງຂໍ້ມູນທີ່ຈໍາເປັນທັງໝົດໃຫ້ພວກເຮົາໃນກໍລະນີມີການສືບສວນຕາມລະບຽບການໃດໜຶ່ງ.

23.10 ທ່ານຈະຕ້ອງຮັບຜິດຊອບຕໍ່ການສູນເສັຍ, ຄວາມເສັຍຫາຍ, ຫຼື ສິ່ງປົນເປື້ອນໃດໜຶ່ງທີ່ກ່ຽວຂ້ອງກັບສິນຄ້າໃນການຈັດສົ່ງ ບໍ່ວ່າຈະເປັນສາເຫດໂດຍກົງ ຫຼື ທາງອ້ອມຈາກເຈົ້າຂອງສິນຄ້າ ຫຼື ຜູ້ຮັບລາຍການການຈັດສົ່ງ ຫຼືບຸກຄົນໃດໜຶ່ງທີ່ເຮັດໜ້າທີ່ເປັນຕົວແທນ ຫຼື ຜູ້ຕາງໜ້າ ສໍາລັບ ຫຼື ໃນນາມຂອງເຈົ້າຂອງສິນຄ້າ ຫຼື ຜູ້ຮັບ.

23.11 ຟູດແພນດ້າ ແລະ ໄຣເດີ້ທີ່ໄດ້ຖືກມອບໝາຍ ມີສິດທີ່ຈະຍົກເລີກ ຫຼື ບໍ່ດໍາເນີນການຕາມຄໍາຮ້ອງຂໍການຈັດສົ່ງຂອງທ່ານ ໃນກໍລະນີທີ່ຄໍາຮ້ອງຂໍຂອງທ່ານບໍ່ປະຕິບັດຕາມຂໍ້ກຳນົດທີ່ແນ່ນອນ, ລວມທັງແຕ່ບໍ່ຈໍາກັດ, ສະຖານທີ່ສົ່ງທີ່ຢູ່ນອກເຂດການບໍລິການ ການຈັດສົ່ງທີ່ທ່ານໄດ້ສະເໜີຢູ່ເທິງແພລັດຟອມ, ທ່ານບໍ່ສາມາດຕິດຕໍ່ໄດ້ທາງໂທລະສັບ ຫຼື ການສື່ສານດ້ວຍວິທີການອື່ນໆ, ຜູ້ຮັບລາຍການການຈັດສົ່ງແມ່ນບໍ່ສາມາດຕິດຕໍ່ໄດ້ ຫຼື ບໍ່ ມີຢູ່ບໍ່ສາມາດນຳໃຊ້ໄດ້ ເມື່ອໄຣເດີ້ໄປຮອດຈຸດສົ່ງສິນຄ້າ, ຫຼື ທ່ານບໍ່ໃຫ້ຂໍ້ມູນ ຫຼື ການອະນຸຍາດຢ່າງພຽງພໍໃນເວລາຈັດສົ່ງ.

23.12 ເຖິງແມ່ນວ່າ ມູນຄ່າລວມຂອງສິນຄ້າ, ທ່ານຕົກລົງເຫັນດີວ່າ ຟູດແພນດ້າ ຈະຄືນເງິນໃນມູນຄ່າສູງສຸດພຽງແຕ່ 100 ໂດລາສະຫະລັດ, ຫຼື ເທົ່າກັບ 2,136,100 ກີບ (ກໍານົດເປັນກໍລະນີໄປໂດຍອີງຕາມການຕັດສິນໃຈຂອງ ຟູດແພນດ້າແຕ່ພຽງຜູ້ດຽວ) ສໍາລັບລາຍການທີ່ຈັດສົ່ງພາຍໃຕ້ການບໍລິການ ແພນດ້າໂກ. ຟູດແພນດ້າ ສະຫງວນສິດ, ໃນການຕັດສິນໃຈແຕ່ພຽງຜູ້ດຽວ, ເພື່ອກໍານົດ ແລະ ດັດແປງມູນຄ່າສູງສຸດຂອງການຄືນເງິນໄດ້ຕະຫຼອດເວລາ.

23.13 ທ່ານຮັບຮູ້ ແລະ ຕົກລົງເຫັນດີວ່າໄຣເດີ້ໃນການຈັດສົ່ງອາດຈະ, ໃນຫຼັກການຕົ້ນຕໍໃນການຈັດສົ່ງສິນຄ້າເປີດເຜີຍລາຍລະອຽດຂອງຜູ້ຮັບທີ່ທ່ານໄດ້ສະໜອງໃຫ້. ດັ່ງນັ້ນ, ທ່ານມີຄວາມຮັບຜິດຊອບແຕ່ພຽງຝ່າຍດຽວໃນການກໍານົດການເລືອກຜູ້ຮັບຂອງທ່ານ ແລະ ພວກເຮົາຈະບໍ່ຮັບຜິດຊອບ ຫຼື ຮັບຜິດຊອບຕໍ່ການສູນເສັຍໃດໜຶ່ງທີໄດ້ຮັບຄວາມເສັຍຫາຍໂດຍ ຫຼື ເກີດມາຈາກທ່ານ ຫຼື ເກີດຂຶ້ນຈາກ ຫຼື ກ່ຽວຂ້ອງກັບ ຫຼື ໂດຍເຫດຜົນຂອງຄວາມຄາດຫວັງຂອງທ່ານກ່ຽວກັບການປິດບັງຊື່ໂດຍຜ່ານການນໍາໃຊ້. ການບໍລິການ ແພນດ້າໂກ້.

23.14 ທ່ານຮັບຮູ້ ແລະ ຕົກລົງເຫັນດີວ່າ ການບໍລິການ ແພນດ້າໂກ ໄດ້ຖືກສະໜອງໃຫ້ຢູ່ບົນພື້ນຖານ "ເປັນ" ແລະ "ຕາມທີ່ມີ", ແລະ ການນໍາໃຊ້ ຫຼື ການອີງໃສ່ການບໍລິການ ແພນດ້າໂກ້ ແມ່ນມີຄວາມສ່ຽງ ແລະ ການຕັດສິນໃຈຂອງທ່ານແຕ່ພຽງຝ່າຍດຽວ.

24 ການສັ່ງເປັນກຸ່ມ

ຖ້າມີ, ທ່ານອາດຈະເລືອກທີ່ຈະເລີ່ມຕົ້ນ ຫຼື ສ້າງກຸ່ມຄຳສັ່ງຊື້, ເຊິ່ງອະນຸຍາດໃຫ້ກຸ່ມຄົນສາມາດສ້າງກຸ່ມເພື່ອສັ່ງຊື້ໄດ້. ຖ້າຫາກວ່າທ່ານເລືອກທີ່ຈະເລີ່ມຕົ້ນ ຫຼື ສ້າງກຸ່ມເພື່ອສັ່ງຊື້, ທ່ານຕົກລົງທີ່ຈະຜູກມັດ ແລະ ປະຕິບັດຕາມຂໍ້ກໍານົດ ແລະ ເງື່ອນໄຂຂອງການສັ່ງຊື້ແບບເປັນກຸ່ມ, ເຊິ່ງລວມຢູ່ໃນການອ້າງອີງ ແລະ ການເຂົ້າເຖິງລີ້ງໄດ້ຢູ່ທີ່ນີ້ https://www.foodpanda.la/en/contents/terms-and-conditions-grouporder ຫຼື ໂດຍຜ່ານຊ່ອງທາງການເຊື່ອມຕໍ່ຈາກລີ້ງຂອງພວກເຮົາຢູ່ເທິງແພລັດຟອມ.

25. ອາຫານສຳລັບໜຶ່ງດຽວ (MFO)

  1. ພວກເຮົາສະເໜີໂຄງການອາຫານສໍາລັບໜຶ່ງດຽວ (“ອາຫານສໍາລັບໜຶ່ງດຽວ") ບ່ອນທີ່ທ່ານສາມາດສັ່ງອາຫານຈານດ່ຽວ ໄດ້ໂດຍຜ່ານແພລັດຟອມຂອງພວກເຮົາ.

  2. ຄໍາສັ່ງຊື້ຂອງ ອາຫານສໍາລັບໜຶ່ງດຽວ ທີ່ມີຢູ່ເທິງແພລັດຟອມແມ່ນຂຶ້ນກັບຂໍ້ກໍານົດ ແລະ ເງື່ອນໄຂດັ່ງຕໍ່ໄປນີ້:

    1. ເຖິງແມ່ນວ່າຈະມີຂໍ້ 6.2, ມູນຄ່າຄໍາສັ່ງຊື້ຂັ້ນຕໍ່າ (“ມູນຄ່າຄໍາສັ່ງຊື້ຂັ້ນຕໍ່າ”) ຈະບໍ່ສາມາດໃຊ້ໄດ້ກັບຄໍາສັ່ງຊື້ສຳລັບອາຫານສໍາລັບໜຶ່ງດຽວ.

    2. ທ່ານສາມາດເລືອກຄຳສັ່ງຊື້ໄດ້ຫຼາກຫຼາຍຄຳສັ່ງຊື້ໃນເວລາດຽວກັນ ກັບ ອາຫານສໍາລັບໜຶ່ງດຽວຕໍ່ຄໍາສັ່ງຊື້ ແຕ່ຄໍາສັ່ງຊື້ ອາຫານສໍາລັບໜຶ່ງດຽວ ຂອງທ່ານ ຈະບໍ່ຖືກລວມເຂົ້າກັບຄໍາສັ່ງຊື້ອື່ນໆ.

    3. ການຈັດສົ່ງແບບບຸລິມະສິດ, ການຈັດສົ່ງແບບໄວເທົ່າທີ່ຈະໄວໄດ້ ແລະ ການຈັດສົ່ງແບບປອດໄພ ຈະບໍ່ສາມາດໃຊ້ໄດ້ກັບຄໍາສັ່ງຂອງ ອາຫານສໍາລັບໜຶ່ງດຽວ.

    4. ລາຄາທີ່ເຜີຍແຜ່ ແມ່ນຂຶ້ນກັບຄ່າທຳນຽມອື່ນໆ (ລວມທັງແຕ່ບໍ່ຈຳກັດອາກອນທີ່ກ່ຽວຂ້ອງ, ຄ່າບໍລິການ ແລະ ຄ່າຈັດສົ່ງ). ລາຄາທີ່ລະບຸໄວ້ໃນໜ້າໃບຮຽກເກັບເງິນ ຈະຕ້ອງເປັນລາຄາສຸດທ້າຍ ແລະ ເດັດຂາດ.

    5. ການສັ່ງຊື້ແບບເປັນກຸ່ມ ແລະ ນຳໃຊ້ບັດແທນເງິນສົດອື່ນໆ, ບັດສ່ວນຫຼຸດ ແລະ ຂໍ້ສະເໜີ ບໍ່ສາມາດຖືກນຳໃຊ້ສໍາລັບການສັ່ງຊື້ ອາຫານສໍາລັບໜຶ່ງດຽວ, ເວັ້ນເສັຍແຕ່ໄດ້ລະບຸໄວ້ໂດຍສະເພາະ.

  3. ຟູດແພນດ້າ ສະຫງວນສິດໃນການແກ້ໄຂ ຫຼື ປ່ຽນແປງຂໍ້ກຳນົດ ແລະ ເງື່ອນໄຂຂ້າງເທິງນີ້ໂດຍມີ ຫຼື ບໍ່ມີການແຈ້ງໃຫ້ທ່ານຊາບລ່ວງໜ້າ.

  4. ຟູດແພນດ້າ ອາດຈະ, ຊົ່ວຄາວ ຫຼື ຖາວອນ, ຢຸດ, ຖອນ ຫຼື ຢຸດໂຄງການ ອາຫານສໍາລັບໜຶ່ງດຽວນີ້ໄດ້ຕະຫຼອດເວລາໂດຍບໍ່ຕ້ອງແຈ້ງໃຫ້ທ່ານຊາບລ່ວງໜ້າ.

26. ເນື້ອຫາທີ່ສ້າງຂຶ້ນໂດຍຜູ້ໃຊ້, ການກວດສອບ ແລະ ຄວາມໂປ່ງໃສ

26.1 ການແນະນຳຄຸນສົມບັດເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນ.

ຄູ່ມືແນະນຳການທົບທວນຄືນຄຸນສົມບັດ, ການໃຫ້ຄະແນນ ຫຼື ຮູບພາບ ຖືເປັນຄຸນສົມບັດໃໝ່ຂອງການບໍລິການ. ນັບແຕ່ວັນທີທີ່ໜ້າທີ່ດັ່ງກ່າວໄດ້ເປີດໃຊ້ງານ, ການສົ່ງ, ການປະມວນຜົນ, ການກວດສອບ ແລະ ການເຜີຍແຜ່ເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນຈະຖືກຄຸ້ມຄອງຢູ່ພາຍໃຕ້ຂໍ້ກຳນົດເຫຼົ່ານີ້ ແລະ ອີງຕາມກົດໝາຍທ້ອງຖິ່ນທີ່ກ່ຽວຂ້ອງ. ໃນກໍລະນີທີ່ກົດໝາຍທ້ອງຖິ່ນກຳນົດໄວ້, ຜູ້ໃຊ້ຈະໄດ້ຮັບແຈ້ງເຕືອນຢ່າງເໝາະສົມກ່ຽວກັບການເປີດນຳໃຊ້ໜ້າທີ່ດັ່ງກ່າວຢ່າງເໝາະສົມ.

26.2 ການສົ່ງເນື້ອຫາ.

ໂດຍການສົ່ງເພື່ອທົບທວນຄືນ, ການໃຫ້ຄະແນນ, ຄຳເຫັນ ຫຼື ຮູບພາບໃດໆ (ເຊິ່ງເອີ້ນລວມກັນວ່າ "ເນື້ອຫາ"), ທ່ານຢືນຢັນວ່າເນື້ອຫາດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງປະສົບການທີ່ແທ້ຈິງ ແລະ ໂດຍກົງຂອງທ່ານກັບຜະລິດຕະພັນ ຫຼື ການບໍລິການທີ່ກ່ຽວຂ້ອງ. ພວກເຮົາປະມວນຜົນ ແລະ ສະແດງເນື້ອຫາຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກທີ່ບັງຄັບໃຊ້, ລວມທັງພັນທະດ້ານຄວາມໂປ່ງໃສກ່ຽວກັບຕົ້ນກຳເນີດ ແລະ ການຈັດການ ການທົບທວນຄືນ.

26.3 ການກວດສອບການທົບທວນຄືນ.

ພວກເຮົາດຳເນີນຕາມຂັ້ນຕອນທີ່ສົມເຫດສົມຜົນ ແລະ ສົມສ່ວນເພື່ອກວດສອບວ່າການທົບທວນຄືນນັ້ນມາຈາກຜູ້ບໍລິໂພກທີ່ໄດ້ໃຊ້ ຫຼື ຊື້ຜະລິດຕະພັນ ຫຼື ການບໍລິການທີ່ກ່ຽວຂ້ອງຢ່າງແທ້ຈິງ ຫຼື ບໍ່. ໃນກໍລະນີທີ່ກ່ຽວຂ້ອງ, ການທົບທວນຄືນທີ່ເຊື່ອມໂຍງກັບຄຳສັ່ງຊື້ທີ່ໄດ້ຮັບການຢືນຢັນແລ້ວຈະຖືກລະບຸວ່າເປັນ "ການທົບທວນຄືນທີ່ໄດ້ຮັບການກວດສອບແລ້ວ." ການທົບທວນຄືນທີ່ບໍ່ເຊື່ອມໂຍງກັບຄຳສັ່ງຊື້ທີ່ໄດ້ຮັບການຢືນຢັນ ອາດຈະຖືກເຜີຍແຜ່ແຕ່ຈະບໍ່ຖືກກຳນົດວ່າໄດ້ຮັບການກວດສອບແລ້ວ. ພວກເຮົາບໍ່ໄດ້ຢືນຢັນວ່າ ການທົບທວນຄືນທີ່ເຜີຍແຜ່ທັງໝົດໄດ້ຮັບການກວດສອບແລ້ວ ເວັ້ນເສັຍແຕ່ຈະລະບຸໄວ້ຢ່າງຊັດເຈນ.

26.4 ຫຼັກການການກວດກາ ແລະ ການເຜີຍແຜ່.

ພວກເຮົາໃຊ້ການລວບລວມເຄື່ອງມືແບບອັດຕະໂນມັດ ແລະ ການທົບທວນຄືນຂອງມະນຸດເພື່ອກວດກາເນື້ອຫາກ່ອນ ແລະ/ຫຼື ຫຼັງຈາກການເຜີຍແຜ່. ເນື້ອຫາອາດຈະຖືກປະຕິເສດ, ລຶບອອກ ຫຼື ບໍ່ໄດ້ເຜີຍແຜ່ໃນກໍລະນີທີ່:

  1. ປະກອບດ້ວຍຂໍ້ມູນສ່ວນຕົວ (PII) ຫຼື ເນື້ອຫາທີ່ຂັດກັບກົດໝາຍ, ເປັນການໝິ່ນປະໝາດ, ມີການເລືອກປະຕິບັດ ຫຼື ເປັນການກະທຳທີ່ຮຸນແຮງ;
  2. ບໍ່ກ່ຽວຂ້ອງກັບຜະລິດຕະພັນ ຫຼື ການບໍລິການທີ່ກ່ຽວຂ້ອງ;
  3. ລະເມີດຂໍ້ກຳນົດເຫຼົ່ານີ້; ຫຼື
  4. ແມ່ນຖືກຫ້າມພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ.

ການຕັດສິນໃຈກ່ຽວກັບການເບິ່ງແຍງເນື້ອຫາແມ່ນຖືກນຳໃຊ້ໃນລັກສະນະທີ່ສອດຄ່ອງ ແລະ ບໍ່ມີການຈຳແນກ.

26.5 ຄວາມຊື່ສັດໃນການທົບທວນຄືນ.

ພວກເຮົາບໍ່ໄດ້ແກ້ໄຂ ຫຼື ປ່ຽນແປງເນື້ອໃນ ຫຼື ຄວາມຮູ້ສຶກຂອງການທົບທວນຄືນຂອງຜູ້ໃຊ້ ("ຄວາມຮູ້ສຶກ" ຫຼື ຄວາມຄິດເຫັນ). ຖ້າຫາກວ່າເນື້ອຫາໃດໜຶ່ງລະເມີດນະໂຍບາຍຂອງພວກເຮົາ ຫຼື ກົດລະບຽບທີ່ກ່ຽວຂ້ອງ, ພວກເຮົາອາດຈະລຶບເນື້ອຫາອອກທັງໝົດເພື່ອປົກປ້ອງຄວາມຊື່ສັດ ແລະ ຄວາມໜ້າເຊື່ອຖືຂອງລະບົບໃນການທົບທວນຄືນ.

27 ພາສາທີ່ເໜືອກ່ວາ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບຂໍ້ກໍານົດ, ພາສາອັງກິດຈະຖືກນໍາໃຊ້ເປັນຫຼັກ. ສະບັບພາສາອັງກິດ ຈະຄຸ້ມຄອງໃນທຸກດ້ານ ແລະ ຈະມີຜົນບັງຄັບໃຊ້ເໜືອກວ່າໃນກໍລະນີມີເນື້ອໃນຂັດກັນກັບສະບັບທີ່ ແປພາສາ.

 

ອັບເດດລ່າສຸດ ວັນທີ 20 ເດືອນ ພຶດສະພາ 2026